ໃນຕອນເຊົ້າຂອງວັນທີ 12 ກັນຍາ 2019 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການກະຊວງປ້ອງ ກັນປະເທດລາວ, ໄດ້ຈັດກອງປະ ຊຸມກ່ຽວກັບການປະສານສົມທົບ ຄຸ້ມຄອງ, ປ້ອງກັນຊາຍແດນ ລະຫວ່າງກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະ ຊາຊົນລາວ ແລະ ກອງບັນຊາ ການທະຫານຊາຍແດນກະຊວງ ປ້ອງກັນປະເທດ ສສ ຫວຽດນາມໂດຍການເປັນປະທານຮ່ວມຂອງ ທ່ານ ພົນຈັດຕະວາ ສີພັນ ພຸດ ທະວົງ, ຫົວຫນ້າກົມທະຫານຊາຍ ແດນກົມໃຫຍ່ເສນາທິການກອງ ທັບປະຊາຊົນລາວ, ທ່ານ ພົນຕີ ຮວ່າງ ຊັວນ ຈ໋ຽນ, ກຳມະການ ນຳສູນກາງພັກ, ຫົວໜ້າກອງ ບັນຊາການທະຫານຊາຍແດນ ກະຊວງປ້ອງກັນປະເທດ ສສ ຫວຽດນາມໂດຍອີງຕາມແຜນ ການຮ່ວມມື ແລະ ຊ່ວຍເຫຼືອຮອບ ດ້ານລະຫວ່າງກະຊວງປ້ອງກັນ ປະເທດລາວ ແລະ ກະຊວງປ້ອງ ກັນປະເທດຫວຽດນາມ ປະຈຳປີ 2019.

 

ບົນຈິດໃຈຄວາມສາມັກຄີ, ມິດ ຕະພາບແບບພິເສດ ແລະ ການ ຮ່ວມມືຮອບດ້ານ, ສອງຝ່າຍໄດ້ ປຶກສາຫາລື ແລະ ເປັນເອກະພາບ ບາງເນື້ອໃນ ໃນການປະສານສົມ ທົບກ່ຽວກັບການຄຸ້ມຄອງ, ປົກ ປັກຮັກສາຊາຍແດນຄື: ສອງ ຝ່າຍຈະຊີ້ນຳບັນດາອົງການຈັດ ຕັ້ງ ແລະ ກຳລັງຂອງຕົນຈັດຕັ້ງ ປະຕິບັດເນື້ອໃນຂໍ້ຕົກລົງວ່າດ້ວຍ ການຮ່ວມມືກ່ຽວກັບວຽກງານ ປ້ອງກັນຊາຍແດນ, ຕັ້ງໜ້າໂຄສະ ນາສຶກສາອົບຮົມປະຊາຊົນຂອງ ຕົນຢູ່ບໍລິເວນຊາຍແດນໃຫ້ປະ ຕິບັດອະນຸສັນຍາວ່າດ້ວຍເສັ້ນ ຊາຍແດນ ແລະ ຫຼັກໝາຍຊາຍ ແດນລະຫວ່າງສອງປະເທດ, ສັນ ຍາວ່າດ້ວຍລະບຽບການຄຸ້ມຄອງ ຊາຍແດນ ແລະ ດ່ານຊາຍແດນ ລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດ ນາມ, ສາຍພົວພັນມິດຕະພາບ ແບບພິເສດລະຫວ່າງລາວ- ຫວຽດນາມ, ພ້ອມນັ້ນສອງຝ່າຍ ຍັງເຂົ້າໃຈແຈ້ງຕໍ່ກົນອຸບາຍ ແລະ ເລ່ຫຼຽມການມ້າງເພທຳລາຍ ຂອງອິດທິພົນກຳລັງປໍລະປັກ, ກຸ່ມ ປະຕິການ, ບັນດາປະເພດອາດຊະ ຍາກຳຕ່າງໆ, ແນໃສ່ຍົກສູງສະຕິ ລະວັງຕົວ ແລະ ເປັນເຈົ້າການປະກອບສ່ວນເຂົ້າໃນການປ້ອງກັນຕໍ່ ຕ້ານການເຄື່ອນໄຫວການກະທຳ ຜິດຂອງບັນດາອາດຊະຍາກຳ ຕ່າງໆ.

 

ທັງເປັນເຈົ້າການປະສານ ສົມທົບໃນການຈັດຕັ້ງການພົບ ປະສ້າງສັນມິດຕະພາບຊາຍແດນ ລາວ-ຫວຽດນາມ ໃນແຕ່ລະຂັ້ນ, ຊຸກຍູ້ການເຄື່ອນໄຫວພົບປະແລກ ປ່ຽນບົດຮຽນທາງດ້ານວຽກ ງານຄຸ້ມຄອງ, ປົກປັກຮັກສາວຽກ ງານຊາຍແດນ, ປ້ອງກັນ ແລະ ສະ ກັດກັ້ນອາດຊະຍາກຳ, ໃຫ້ການ ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຂົງເຂດວຽກງານ ອົບຮົມກໍ່ສ້າງ, ຊ່ຽວຊານ ແລະ ເຝິກອົບຮົມຍົກລະດັບຄວາມສາ ມາດໃນການປະຕິບັດກົດໝາຍ ຂອງກຳລັງທະຫານຊາຍແດນ ທັງສອງຝ່າຍ. ນອກຈາກນີ້ຢູ່ທີ່ກອງປະຊຸມ ທັງສອງຝ່າຍໄດ້ເຫັນດີເປັນເອກະ ພາບລາຍງານຜົນສຳເລັດການ ເຮັດວຽກ, ບັນດາເນື້ອໃນທີ່ໄດ້ປຶກ ສາຫາລື ແລະ ບັນດາຄຳສະເໜີໃຫ້ ຂັ້ນເທິງຂອງຕົນເພື່ອຄົ້ນຄວ້ານຳ ເອົາແຜນການຮ່ວມມືປະຈຳປີ 2020 ຂອງສອງກະຊວງປ້ອງ ກັນປະເທດລາວ-ຫວຽດນາມ. ພ້ອມດຽວກັນນີ້ຕາງໜ້າຄະນະຜູ້ ແທນສອງຝ່າຍໄດ້ລົງນາມໃນບົດ ບັນທຶກການເຮັດວຽກລະຫວ່າງ ກົມທະຫານຊາຍແດນກົມໃຫຍ່ເສ ນາທິການກອງທັບປະຊາຊົນ ລາວ ແລະ ກອງບັນຊາການທະ ຫານຊາຍແດນກະຊວງປ້ອງກັນ ປະເທດຫວຽດນາມປະຈຳປີ 2019.

ທີ່ມາ: ຂ່າວ ກອງທັບ

Leave a Reply

Your email address will not be published. Required fields are marked *