ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ໄດ້ຖະແຫຼງຕໍ່ສື່ມວນຊົນໃນຕອນແລງວັນທີ 13 ກັນຍາ 2019 ຢູ່ ກວຕ ກ່ຽວກັບກອງປະຊຸມສໍາມະນາ ການຮ່ວມມືພັດທະນາອຸດສາຫະກຳ ເຕັກໂນໂລຊີລະດັບສູງ ລາວ-ຈີນ ຄັ້ງທີ I ປີ 2019 ທີ່ຈະໄຂຂື້ນລະຫວ່າງວັນທີ 11-16 ຕຸລາ 2019 ທີ່ ຫໍປະຊຸມແຫ່ງຊາດ.
ກອງປະຊຸມດັ່ງກ່າວ ຈະມີຫຼາຍກິດຈະກໍາ ທີ່ສຳຄັນ ເຊັ່ນ: ກອງປະຊຸມສຳມະນາ ກ່ຽວກັບ ການຮ່ວມມືພັດທະນາອຸດສາຫະກຳເຕັກໂນໂລຊີລະດັບສູງ ລາວ-ຈີນ ຄັ້ງທີ I, ກອງປະຊຸມວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ທົ່ວປະເທດ ຄັ້ງທີ III, ກອງປະຊຸມສຳມະນາລະດັບຊາດກ່ຽວກັບການພັດທະນາວິທະຍາດ ແລະ ເຕັກໂນໂລຊີ ໃນຍຸກອຸດສາຫະກຳ 4.0, ງານສະເຫຼີມສະຫຼອງສັບປະດາວິທະຍາສາດແຫ່ງຊາດ, ງານປະກວດແນວຄວາມຄິດສ້າງສັນສິ່ງປະດິດສ້າງ ແລະ ງານສະແດງຜົນງານການຄົ້ນຄວ້າ ແລະ ຜະລິດຕະພັນເຕັກໂນໂລຊີທີ່ທັນສະໄໝ.
ກອງປະຊຸມສຳມະນາກ່ຽວກັບການຮ່ວມມືພັດທະນາອຸດສາຫະກຳເຕັກໂນໂລຊີລະດັບສູງ ລາວ-ຈີນ ຄັ້ງທີ I ຈະຈັດຂຶ້ນໂດຍການຮ່ວມມື ລະຫວ່າງ ກວຕ, ສປປ ລາວ ແລະ ຫ້ອງການຜູ້ຕາງໜ້າສະພາສົ່ງເສີມການຄ້າສາກົນ ສປ ຈີນ ຂະແໜງ ອຸດສາຫະກຳການກໍ່ສ້າງ ປະຈຳ ສປປ ລາວ, ບໍລິສັດທີ່ປຶກສາການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າຈຳກັດຜູ້ດຽວ (IHC) ແລະ ບໍລິສັດພັດທະນາວິທະຍາສາດເຕັກນິກປັກກິ່ງ ເຈີ່ນຕີ, ຜູ້ປະກອບການທຸລະກິດ, ບັນດາບໍລິສັດ ແລະ ຫ້າງຮ້ານຕ່າງໆຈາກພາຍໃນ ແລະ ຈາກຕ່າງປະເທດ.
ກອງປະຊຸມນີ້ ເປັນກອງປະຊຸມຮ່ວມມືກ່ຽວກັບການພັດທະນາຂົົງເຂດເຕັກໂນໂລຊີ ຄັ້ງທໍາອິດ ຢູ່ ສປປ ລາວ, ເປັນເຫດການປະຫວັດສາດທີ່ສໍາຄັນຂອງການຮ່ວມມື ແລກປ່ຽນ ແລະ ເລືອກເຟັ້ນເອົາເຕັກໂນໂລຊີ ທີ່ກ້າວໜ້າ ທັນສະໄໝ ແລະ ເໝາະສົມ ເພື່ອດຶງດູດການລົງທຶນເຂົ້າໃນການພັດທະນາ ເຂດເຕັກໂນໂລຊີ ລະດັບສູງ ຢູ່ ສປປ ລາວ ປະກອບສ່ວນໃນການພັດທະນາພື້ນຖານໂຄງລ່າງດ້ານວິທະຍາສາດ ແລະ ເຕັກໂນໂລຊີໃຫ້ມີລັກສະນະເປັນລະບົບ ຄົບຊຸດ ເຊັ່ນ: ການຄົ້ນຄວ້າ ແລະ ພັດທະນາ, ການເຜີຍແຜ່ ສົ່ງເສີມການນໍາໃຊ້ຜົນການຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ, ການພັດທະນາອຸດສາຫະກໍາການຜະລິດ, ການບໍລິການ ຕິດພັນກັບການພັດທະນາຊັບພະຍາກອນມະນຸດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ດ້ວຍການສ້າງສະຖາບັນການສຶກສາ, ສູນຝຶກອົບຮົມ, ການເຕົ້າໂຮມເອົາບັນດາເຕັກໂນໂລຊີ ທີ່ກ້າວໜ້າ ທັນສະໄໝທີ່ຕິດພັນກັບເຕັກໂນໂລຊີໃນແຕ່ລະຍຸກ (ອຸດສາຫະກໍາ 4.0) ແລະ ສູນວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຕ່າງໆເພື່ອສົ່ງເສີມຜະລິດຕະພັນທ້ອງຖິ່ນເປັນຕົ້ນ.
ໃນກອງປະຊຸມດັ່ງກ່າວ ຈະໄດ້ຈັດງານວາງສະແດງຜົນງານການຄົ້ນຄວ້າ, ຜະລິດຕະພັນເຕັກໂນໂລຊີ, ການເລີ່ມກິດຈະການນະວັດຕະກໍາໃໝ່ (startup) ຈາກບັນດາມະຫາວິທະຍາໄລ, ສະຖາບັນການຄົ້ນຄ້ວາ, ບັນດາກະຊວງ, ຂະແໜງການຕ່າງປະເທດ ເຊັ່ນ: ສປ ຈີນ, ປະເທດໄທ ປະມານ 100 ກວ່າຮ້ານວາງສະແດງ (ບູດ) ຊຶ່ງຈະມີເຕັກໂນໂລຊີທີ່ທັນສະໄໝໃນຍຸກການພັດທະນາເຕັກໂນໂລຊີ 4.0 ຫຼື ອຸດສາຫະກຳ 4.0 ເຊັ່ນ: ເຕັກໂນໂລຊີ ຊີວະພາບ, ເຕັກໂນໂລຊີ ຂໍ້ມູນຂ່າວສານ ກໍຄື ການນຳໃຊ້ເຕັກໂນໂລຊີ ດິຈິຕອນ Big data, Internet of thing (IOT) ແລະ ປັນຍາປະດິດ (AI) ເປັນຕົ້ນ.
ໃນໄລຍະງານມະຫາກຳດັ່ງກ່າວນີ້ ຍັງຈະໄດ້ຈັດບັນດາກອງປະຊຸມຕ່າງໆ ເຊັ່ນ: ກອງປະຊຸມວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ທົ່ວປະເທດ ຄັ້ງທີ III, ກອງປະຊຸມສຳມະນາລະດັບຊາດ ກ່ຽວກັບການພັດທະນາວິທະຍາສາດ ແລະ ເຕັກໂນຊີໃນຍຸກ 4.0 ເພື່ອເຜີຍແຜ່ຄວາມຮູ້ຄວາມໝາຍ ຄວາມສຳຄັນກ່ຽວກັບວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ໃນຍຸກອຸດສາຫະກໍາ 4.0 ໃຫ້ແກ່ບັນດາຂະແໜງການ, ພາກສ່ວນທຸລະກິດ ແລະ ນັກຮຽນນັກສຶກສາຈາກພາກສ່ວນຕ່າງໆ, ກອງປະຊຸມສຳມະນາກ່ຽວກັບ ການຮ່ວມມື ການຄົ້ນຄວ້າ ແລະ ໂຄງການແລກປ່ຽນທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ທີ່ສະໜັບສະໜູນໂດຍປະເທດຍີ່ປຸ່ນ, ງານສະເຫຼີມສະຫຼອງສັບປະດາວິທະຍາສາດແຫ່ງຊາດ, ງານປະກວດແນວຄວາມຄິດສ້າງສັນສິ່ງປະດິດ ແລະ ງານວາງສະແດງຜົນງານການຄົ້ນຄວ້າ ແລະ ຜະລິດຕະພັນເຕັກໂນໂລຊີທີ່ທັນສະໄໝ.
ທ່ານກ່າວວ່າ: ຂ້າພະເຈົ້າ ເຊື່ອໝັ້ນວ່າກອງປະຊຸມສຳມະນາ ແລະ ການວາງສະແດງເຕັກໂນໂລຊີ ຄັ້ງນີ້ ຈະເປັນເວທີແລກປ່ຽນການຮ່ວມມືທາງດ້ານການຄົ້ນຄວ້າ ແລະ ເປັນເວທີການຮ່ວມມືລົງທືນທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລະຫວ່າງ ພາກລັດ, ເອກະຊົນ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ພາກທຸລະກິດ ແລະ ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດ ແນໃສ່ສົ່ງເສີມການນຳໃຊ້ເຕັກໂນໂລຊີລະດັບສູງ ເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ, ເຮັດໃຫ້ວຽກງານວິທະຍາສາດ ແລະ ເຕັກໂນໂລຊີ ເປັນກຳລັງຂັບເຄື່ອນທີ່ເຂັ້ມແຂງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມ, ເປົ້າໝາຍການພັດທະນາຂອງປະເທດ ການຫັນເປັນອຸດສະຫະກຳ ແລະ ທັນສະໄໝ, ການແກ້ໄຂຄວາມທຸກຍາກ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງSDGs.
ທ່ານຍັງໄດ້ເຊີນຊວນບັນດາຂະແໜງການພາກລັດ, ສະຖາບັນຄົ້ນຄວ້າ, ສະຖາບັນການສືກສາ, ມະຫາວິທະຍາໄລ, ພາກທຸລະກິດ ເອກະຊົນ ແລະ ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດປະກອບສ່ວນ ເຂົ້າຮ່ວມງານມະຫາກໍາວິທະຍາສາດ ແລະ ເຕັກໂນໂລຊີ ເຊັ່ນ: ງານສະແດງຜົນງານຂອງການຄົ້ນຄວ້າ ແລະ ຜະລິດຕະພັນເຕັກໂນໂລຊີ ທີ່ທັນສະໄໝ ຢ່າງຟົດຟື້ນ.
ຂ່າວ: ນ. ທັດສະນີ ພົງບັນດິດ
ພາບ: ບາລະຄອນ ສຸວັນນະພາສີ