ສູນປະສານງານຊ່ວຍເຫລືອດ້ານມະນຸດສະທຳອາຊຽນ Asian Human Aid Organizationມອບເຄື່ອງຊ່ວຍເຫລືອຜູ້ປະສົບໄພນ້ຳຖ້ວມ, ໃນວັນທີ 12 ກັນຍາ 2019 ທີ່ນະຄອນຫລວງວຽງຈັນ.,ດ້ວຍເຮືອບິນຂົນສົ່ງແບບ Airbus A400M (ຖະບຽນ M54-03) ກອງທັບສັນຊາດມາເລເຊຍ,

ສູນປະສານງານຊ່ວຍເຫລືອດ້ານມະນຸດສະທຳອາຊຽນ (ອາຮາເຊັນເຕີ) ປະຈຳ ຢູ່ອິນໂດເນເຊຍ ໄດ້ນຳເຄື່ອງແຮສຸກເສີນສຳລັບຊ່ວຍເຫລືອໄພພິບັດຂອງອາຊຽນຢູ່ປະເທດມາເລເຊຍ ມາມອບໃຫ້ ສປປ ລາວ ເພື່ອນຳໄປຊ່ວຍເຫລືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ຂອງລາວ.

ເຄື່ອງຊ່ວຍເຫລືອດັ່ງກ່າວປະກອບມີ: ເຄື່ອງໃຊ້ຄົວເຮືອນຈຳນວນ 330 ແກັດ, ເຄື່ອງສຸຂະອາໄມ 2.596 ແກັດ, ເຄື່ອງເຮືອນຄົວ 1.144 ແກັດ, ມຸ້ງ 1.400 ດາງ ແລະ ກະຕຸກນ້ຳແບບພັບໄດ້ຈຳນວນ 1.400 ຕຸກ.

ເຄື່ອງດັ່ງກ່າວ ມາຮອດສະໜາມບິນສາກົນວັດໄຕ ດ້ວຍເຮືອນບິນກອງທັບອາກາດ ມາເລເຊຍ ໃນເວລາ 13:00 ໂມງ, ເຊິ່ງຕາງໜ້າກ່າວມອບໂດຍ ທ່ານ ນາງ ອາເດລີນາ ກາເມວ (Adelina Kamal) ຫົວໜ້າສູນປະສານງານຊ່ວຍເຫລືອດ້ານມະນຸດສະທຳອາຊຽນ ແລະ ຕາງໜ້າລັດຖະບານລາວກ່າວຮັບໂດຍ ທ່ານ ວິໄລພົງ ສີສົມຫວັງ ວ່າການຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ສຳລັບເຄື່ອງຊ່ວຍເຫລືອ ແມ່ນຈະໄດ້ນຳໄປມອບໃຫ້ບັນດາແຂວງທີ່ໄດ້ຮັບຜົນກະທົບເຊິ່ງປະກອບມີ: ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື.

ເນື້ອຂ່າວຈາກ ຂປລ
ພາບ ຂປລ

.

.

.

.

Leave a Reply

Your email address will not be published. Required fields are marked *