ເຈົ້າໜ້າທີ່ ປກສ ເມືອງຫຼາ ແຂວງອຸດົມໄຊ ນຳຕົວຜູ້ຖືກຫາທີ່ເຮັດໃຫ້ຄົນອື່ນເສຍຊີວິດ ດ້ວຍຄວາມບໍ່ມັດລະວັງ (ໄປລ່າສັດແລ້ວ ຫຼົງຍິງກັນ ເສຍຊີວິດ) ຊື່ ທ້າວ ອາສາ ອາຍຸ 29 ປີ ຢູ່ບ້ານອາໂນ ເມືອງຫຼາ ໄປເຮັດແຜນປະກອບຄຳສາລະພາບຢູ່ຈຸດເກີດເຫດທີ່ເຂດປ່າບ້ານເກົ້າ ເມືອງຫຼາ ໃນວັນທີ 28 ສິງຫາ 2019 ເພື່ອປະກອບໃສ່ສຳນວນຄະດີສົ່ງໃຫ້ອົງການໄອຍະການສືບຕໍ່ດຳເນີນຄະດີໄປຕາມກົດໝາຍ. ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 1 ສິງຫາ 2019 ແລະ ເຈົ້າໜ້າທີ່ ປກສ ເມືອງຫຼາ ໄດ້ຮັບແຈ້ງເຫດວ່າ ມີຄົນເສຍຊີວິດຢູ່ປ່າເຂດບ້ານເກົ້າ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງໄປຈຸດເກີດເຫດ ເພື່ອເກັບກຳຂໍ້ມູນຫຼັກຖານ ພົບຜູ້ເສຍຊີວິດຖືກຍິງດ້ວຍປືນແກັບ. ຈາກການເກັບຂໍ້ມູນໄດ້ເບື້ອງຕົ້ນ, ສາມາດສືບຮູ້ຜູ້ກໍ່ເຫດຊື່ ທ້າວ ອາສາ ໝູ່ຂອງຜູ້ເສຍຊີວິດທີ່ພາກັນໄປຊອກຍິງສັດປ່າ. ມາຮອດວັນທີ 3 ສິງຫາ 2019, ເຈົ້າໜ້າທີ່ໄດ້ກັກັກຕົວຜູ້ກໍ່ເຫດມາສອບສວນ.
ຜ່ານການສອບສວນ, ທ້າວ ອາສາ ຮັບສາລະພາບວ່າ: ໃນເວລາປະມານ 23:00 ໂມງ ຂອງວັນທີ 1 ສິງຫາ 2019 ຕົນກັບ ທ້າວ ອາເພວ (ຜູ້ເສຍຊີວິດ) ໄດ້ຊວນກັນໄປຊອກຍິງສັດປ່າຢູ່ເຂດບ້ານເກົ້າ ເມືອງຫຼາ. ພາຍຫຼັງ ລົມກັນແລ້ວ, ຕົນເອງກໍກັບໄປເອົາປືນແກັບຢູ່ເຮືອນ ແລ້ວຍ່າງໄປຫາ ທ້າວ ອາເພວ ຢູ່ເຮືອນ ແຕ່ ທ້າວ ອາເພວ ໄດ້ອອກເດີນທາງໄປກ່ອນແລ້ວ.
ຈາກນັ້ນ, ຈຶ່ງໄປຢືມລົດຈັກຂອງ ທ້າວ ອານຸຍ ຄົນບ້ານດຽວກັນ ຂັບຂີ່ໄປຫາ ທ້າວ ອາເພວ. ພໍໄປຮອດເຂດບ້ານເກົ້າ ກໍໄດ້ພົບກັບ ທ້າວ ອາເພວ. ຈາກນັ້ນ, ກໍຈອດລົດຈັກປະໄວ້ແຄມທາງແລ້ວກໍແຍກກັນອອກໄປຊອກຍິງສັດປ່າຢູ່ບໍລິເວນສວນສາລີ ໂດຍຕົນເອງໄດ້ຍ່າງເລາະຢູ່ໃນສວນສາລີ. ເວລາຜ່ານໄປປະມານ 30 ນາທີ, ຕົນເອງໄດ້ເຫັນແສງຕາຄ້າຍຄືແສງຕາສັດ (ໂຕຟານ) ຈຶ່ງຍົກປືນແກັບຍິງໃສ່ ເຫັນ ແສງຕາສັດລົ້ມລົງ ຈຶ່ງແລ່ນໄປເບິ່ງພົບວ່າ ແມ່ນ ທ້າວ ອາເພວ. ຕອນນັ້ນ, ທ້າວ ອາເພວຍັງບໍ່ທັນໄດ້ເສຍຊີວິດເທື່ອ ຕົນຈຶ່ງອຸ້ມເອົາຜູ້ກ່ຽວມາປະໄວ້ຢູ່ແຄມທາງລົດພ້ອມທັງແກ້ໂສ້ງ ຂອງຜູ້ກ່ຽວອອກມາຮັດບໍລິເວນທີ່ຖືກ ຍິງຢູ່ຫົວ ເພື່ອຈະຫ້າມເລືອດບໍ່ໃຫ້ໄຫຼອອກມາຫຼາຍ. ຈາກນັ້ນ, ຕົນກໍແລ່ນໄປເອົາລົດຈັກທີ່ຈອດປະໄວ້ນັ້ນ, ເພື່ອຈະພາທ້າວ ທ້າວ ອາເພວ ກັບມາບ້ານໄປໂຮງໝໍ.
ພໍຂັບລົດຈັກກັບມາຮອດ ກໍພົບວ່າ ທ້າວ ອາເພວ ເສຍຊີວິດແລ້ວດ້ວຍຄວາມຢ້ານກົ້ວ ຈຶ່ງຂັບລົດຈັກກັບບ້ານ ພໍໄປຮອດເຮືອນກໍບໍ່ໄດ້ແຈ້ງຕໍ່ອຳນາດການປົກຄອງບ້ານ ເຮັດຄືບໍ່ມີຫຍັງເກີດຂຶ້ນ, ເມື່ອເຂົ້າໄປນອນກໍນອນບໍ່ຫຼັບ ຕົນເອງກໍກັບໄປເລາະຍິງສັດປ່າຕື່ມອີກ. ມາຮອດເວລາປະມານ 6:00 ໂມງ ຂອງມື້ຕໍ່ມາ ຕົນກໍກັບມາບ້ານ ແລ້ວ ເອົາລົດຈັກຈອດປະໄວ້ຢູ່ແຄມເຮືອນ ຂອງ ທ້າວ ອາເພວ. ຈາກນັ້ນ, ໄດ້ຍິນສຽງນາຍບ້ານປະກາດທາງໂທລະໂຄງວ່າ ມີຄົນເສຍຊີວິດຢູ່ເຂດບ້ານເກົ້າ. ແຕ່ຕົນກໍບໍ່ໄປແຈ້ງຕໍ່ອຳນາດການປົກຄອງບ້ານອີກ.
ມາຮອດວັນທີ 3 ສິງຫາ 2019, ເຈົ້າໜ້າທີ່ ປກສ ກັກຕົວດຳເນີນຄະດີ. ເຈົ້າໜ້າທີ່ສອບສວນໄດ້ສະຫຼຸບຕີລາຄາວ່າ: ການເຄື່ອນໄຫວຊອກຍິງສັດປ່າຂອງ ທ້າວ ອາສາ ແມ່ນລະເມີດຕໍ່ລະ ບຽບກົດໝາຍ ແລະ ເປັນສາເຫດເຮັດໃຫ້ຜູ້ອື່ນເສຍຊີວິດດວ້ຍຄວາມບໍ່ລະມັດລະວັງ, ສ້າງຄວາມບໍ່ສະຫງົບ, ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ໃນສັງຄົມ.
ຂອບໃຈຂໍ້ມູນຈາກ: ນສພ ຄວາມສະຫງົບ