ໃນວັນທີ 12 ກັນຍາ 2019, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວ້ດລ້ອມ ໄດ້ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ແຂວງອັດຕະປື ມູນຄ່າ 30 ລ້ານກີບ ພິທີມອບ-ຮັບໄດ້ຈັດຂຶ້ນທີ່ພະແນກແຮງງານສະຫວັດດີການ-ສັງຄົມ ແຂວງ ອັດຕະປື ຕາງໜ້າໃຫ້ກະຊວງຊັບພະຍາກອນທຳຊາດ ແລະ ສິ່ງ ແວດລ້ອມ ໂດຍແມ່ນທ່ານ ລັດສະໝີ ວັນໄຊ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວ້ດລ້ອມ ແຂວງ ອັດຕະປື ແລະ ກ່າວຮັບໂດຍທ່ານນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງອັດຕະປື ໂດຍຊ່ອງໜ້າພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນວັນດຽວກັນນີທີ່ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ທາງໂຮງງານນໍ້າດື່ມພູຟ້າ ໄດ້ນຳເອົານໍ້າດື່ມ 100 ແພັກ, ມູນຄ່າ 1 ລ້ານກີບ, ມີຄອບຄົວການນໍາແມ່ຍິງ, ຄອບຄົວການນໍານັກທຸລະກິດຍິງ ແຂວງອັດຕະປື ໄດ້ມອບເຄື່ອງປະກອບມີເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 23 ລ້ານກວ່າກີບ, ສ່ວນຄອບຄົວບັນດາພະນັກງານຂອງພະແນກອຸດສະຫະກໍາ ແລະ ການຄ້າແຂວງ ກໍ່ໄດ້ມອບນໍ້າດື່ມຈໍານວນ 40 ແກັດ, ມູນຄ່າ 4 ລ້ານກີບ ເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ.
ຂ່າວ: ຂ. ອັດຕະປື ວັດທະນາ ຫຼວງອາໄພ, ວິທະຍຸກະຈາຍສຽງແຫ່ງຊາດລາວ.