ວັນ​ທີ 8 ກັນ­ຍາ 2019 ທ່ານ ທອງ​ສະ­ຫວັນ ມີ​ບຸນ ປະ­ທານ​ບໍ­ລິ­ສັດ​ພັນ​ເພັດ ພັດ­ທະ­ນາ​ກະ­ສິ­ກຳ ຈຳ­ກັດ​ຜູ້​ດຽວ ພ້ອມ​ດ້ວຍ​ຜູ້​ບໍ­ລິ­ຫານ ແລະ ພະ­ນັກ­ງານ ໄດ້​ຕ້ອນ­ຮັບ​ການ​ລົງ​ມາ​ຢ້ຽມ­ຢາມ​ຂອງ​ທ່ານ Rodigo Malmierca Diaz ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຄ້າ ແລະ ການ​ລົງ­ທຶນ​ຕ່າງ­ປະ­ເທດ ສ ກູ​ບາ ພ້ອມ​ຄະ­ນະ ໃນ​ໂອ ກາດ​ທີ່​ເດີນ­ທາງ​ມາ​ຢ້ຽມ­ຢາມ ສປປ ລາວ ມີ​ທ່ານ​ທູດ​ກູ​ບາ​ປະ­ຈຳ​ລາວ ບັນ­ດາ​ຫົວ­ໜ້າ ຮອງ​ຫົວ­ໜ້າ​ກົມ​ຈາກ​ສະ­ພາ ແຫ່ງ​ຊາດ ກະ­ຊວງ​ການ​ຕ່າງ­ປະ­ເທດ ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ກະ­ຊວງ​ການ​ຄ້າ ແລະ ອຸດ­ສາ­ຫະ­ກຳ ກໍ​ຄື ກະ­ຊວງ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ການ​ລົງ​ຢ້ຽມ­ຢາມ​ບໍ­ລິ­ສັດ ພັນ​ເພັດ​ພັດ­ທະ­ນາ​ກະ­ສິ­ກຳ ທີ່​ຕັ້ງ​ຢູ່​ບ້ານ​ນາ​ໄຫ ເມືອງ​ຫາດ​ຊາຍ​ຟອງ ນະ­ຄອນ ຫຼວງ​ວຽງ​ຈັນ ຂອງ​ຄະ­ນະ​ຜູ້​ແທນ​ກະ­ຊວງ​ການ​ຄ້າ ແລະ ການ​ລົງ­ທຶນ​ຕ່າງ­ປະ­ເທດ​ກູ​ບາ​ຄັ້ງ​ນີ້ ເປັນ​ການ​ຜັນ​ຂະ ຫຍາຍ​ສືບ­ຕໍ່​ຜົນ​ການ​ຢ້ຽມ­ຢາມ​ຢ່າງ​ເປັນ​ທາງ​ການ ສ ກູ​ບາ ໃນ​ຕົ້ນ​ປີ 2019 ຂອງ​ປະ­ທານ​ສະ­ພາ​ແຫ່ງ​ຊາດ​ລາວ ທີ່​ເປັນ​ການ​ຮ່ວມ​ມື​ລະ­ຫວ່າງ​ສອງ​ປະ­ເທດ ເປັນ­ຕົ້ນ ການ​ພົວ­ພັນ​ຮ່ວມ​ມື​ດ້ານ​ເສດ­ຖະ­ກິດ ການ​ຄ້າ ແລະ ການ​ລົງ­ທຶນ ສອງ​ຝ່າຍ​ໃຫ້​ເກີດ​ດອກ​ອອກ​ຜົນ​ຍິ່ງ​ຂຶ້ນ ເຊິ່ງ​ບໍ­ລິ­ສັດ ພັນ​ເພັດ​ພັດ­ທະ­ນາ​ກະ­ສິ­ກຳ ເປັນ​ບໍ­ລິ­ສັດ​ຕົວ​ແບບ​ແຫ່ງ​ຊາດ ໃນ​ການ​ຜະ­ລິດ​ກະ­ສິ­ກຳ ໂດຍ​ສະ­ເພາະ​ການ​ຜະ­ລິດ​ເຂົ້າ​ຮັບ­ປະ­ກັນ​ການ​ບໍ­ລິ­ໂພກ​ພາຍ​ໃນ ແລະ ເປັນ​ສິນ­ຄ້າ​ສົ່ງ​ອອກ​ຕ່າງ­ປະ­ເທດ.

 

ດັ່ງ­ນັ້ນ ລັດ­ຖະ­ບານ​ຈຶ່ງ​ໄດ້​ມອບ​ໃຫ້​ກະ­ຊວງ​ກ່ຽວ­ຂ້ອງ​ນຳ​ເອົາ​ຄະ­ນະ​ຜູ້​ແທນ​ດັ່ງ­ກ່າວ​ລົງ​ມາ​ຢ້ຽມ­ຢາມ​ເພື່ອ​ຄົ້ນ­ຄວ້າ​ປຶກ­ສາ​ຫາ­ລື ແລະ ຊອກ​ຫາ​ຊ່ອງ​ທາງ​ໃນ​ການ​ຊື້-ຂາຍ ແລະ ການ​ສົ່ງ​ອອກ​ເຂົ້າ ສປປ ລາວ ຈຳ­ນວນ 1 ແສນ​ໂຕນ ໄປ​ຍັງ​ກູ​ບາ ໂດຍ​ລັດ­ຖະ­ບານ​ໄດ້​ມອບ​ໃຫ້​ບໍ­ລິ­ສັດ ພັນ​ເພັດ​ພັດ­ທະ­ນາ​ກະ­ສິ­ກຳ ເປັນ​ຜູ້​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ສະ­ໜອງ​ເຂົ້າ​ໃຫ້​ກູ​ບາ ເນື່ອງ​ຈາກ​ກູ​ບາ​ມີ​ຄວາມ​ສົນ­ໃຈ​ຜະ­ລິດ​ຕະ​ພັນ​ເຂົ້າ­ຂອງ​ບໍ­ລິ­ສັດ​ທີ່​ມີ​ຄຸນ​ນະ​ພາບ​ດີ ເຊິ່ງ​ເປັນ​ໂຄງ­ການ​ໜຶ່ງ​ທີ່​ຜັນ​ຂະ­ຫຍາຍ​ການ​ພົວ­ພັນ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະ­ຫວ່າງ​ສອງ​ປະ­ເທດ ໃຫ້​ນັບ​ມື້​ແຕກ​ດອກ​ອອກ​ຜົນ ເຊິ່ງ​ການ​ລົງ​ມາ​ຢ້ຽມ­ຢາມ​ບໍ­ລິ­ສັດ​ຂອງ​ຄະ­ນະ​ຜູ້​ແທນ​ຄັ້ງ​ນີ້ ສອງ​ຝ່າຍ​ໄດ້​ພົບ​ປະ​ປຶກ­ສາ​ຫາ­ລື​ຫຼາຍ​ດ້ານ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ­ໃຈ​ຈະ​ຮ່ວມ​ມື​ກັນ​ໃນ­ຕໍ່­ໜ້າ ເພື່ອ​ເຮັດ​ໃຫ້​ໂຄງ­ການ​ດັ່ງ­ກ່າວ​ມີ​ຜົນ­ສຳ­ເລັດ ແລະ ໃນ​ໂອ­ກາດ​ທີ່​ຄະ­ນະ​ຜູ້​ແທນ​ລົງ​ມາ​ຢ້ຽມ­ຢາມ​ຄັ້ງ​ນີ້​ຍັງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ສະ­ພາບ​ການ​ດຳ­ເນີນ​ທຸ­ລະ​ກິດ.

 

ໂດຍ​ສະ­ເພາະ​ການ​ຜະ­ລິດ​ເຂົ້າ​ເປັນ​ສິນ­ຄ້າ​ຂອງ​ບໍ­ລິ­ສັດ​ຈາກ​ປະ­ທານ​ບໍ­ລິ­ສັດ ພັນ​ເພັດ​ພັດ­ທະ­ນາ​ກະ­ສິ­ກຳ ແລະ ຜ່ານ​ການ​ຮັບ​ຟັງ​ໂດຍ​ຫຍໍ້​ເຮັດ​ໃຫ້​ທ່ານ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຄ້າ ແລະ ການ​ລົງ­ທຶນ​ຕ່າງ­ປະ­ເທດ​ກູ​ບາ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ທຸ­ລະ​ກິດ​ຂອງ​ບໍ­ລິ­ສັດ ຈະ​ສາ­ມາດ​ຜະ­ລິດ​ເຂົ້າ​ສະ­ໜອງ​ໃຫ້​ຢ່າງ​ພຽງ­ພໍ​ຕາມ​ຄວາມ​ຕ້ອງ­ການ ຍ້ອນ​ວ່າ​ບໍ­ລິ­ສັດ​ມີ​ທ່າ­ແຮງ​ຫຼາຍ​ດ້ານ​ເປັນ­ຕົ້ນ ເປັນ​ບໍ­ລິ­ສັດ​ນຳ​ໃຊ້​ເຄື່ອງ​ກົນ​ຈັກ​ກະ­ສິ­ກຳ​ເຂົ້າ​ໃນ​ການ​ຜະ­ລິດ​ຄົບ​ວົງ​ຈອນ ມີ​ສະ­ມາ­ຊິກ ແລະ ເນື້ອ­ທີ່​ການ​ຜະ­ລິດ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ເຊິ່ງ​ປີ​ໜຶ່ງ​ສາ­ມາດ​ຜະ­ລິດ​ເຂົ້າ​ສອງ​ລະ­ດູ​ໄດ້​ຫຼາຍ​ພັນ​ໂຕນ.

 

 

ທີ່ມາ: ນສພ ວຽງຈັນໃຫມ່

Leave a Reply

Your email address will not be published. Required fields are marked *