12/09/2019 ໄດ້ເຫັນນ້ອງຜູ້ຊາຍຄົນນຶ່ງ
ຈູງລົດຈັກ ຍາງຕາມທາງ ເສັ້ນທາງ 13ເຫນຶອ
ເຂດບ້ານ ຫ້ວຍອີເລີດ ຈົນມາຮອດ ບ້ານຫີນເຫີບເຫນຶອລາວຈູງກາຍຮ້ານຈອດຢາງມາ ຫລາຍໆຮ້ານ ຜ່ານມາຫລາຍບ້ານ ຈູງໄປເສັດນ້ຳຕາໄປ 😥😥
ດ້ວຍຄວາມສົງໃສຈຶ່ງຈອດລົດແລ້ວເຂົ້າໄປຖາມ
ນ້ອງລົດເປັນຫຍັງ?
ຢາງຮົ່ວ ຄຶບໍ່ໄປຈອດ?
ທາງຫນ້າບໍ່ມີຮ້ານແລ້ວໃດ
ອ້າຍ ຢາງລົດເຮົາຮົ່ວ ເຮົາບໍ່ມີເງິນ ນ້ຳມັນລົດກະເບິດ
ເຮົາສິເມຶອຫາແມ່ເຮົາ ບໍ່ສະບາຍແຮງ😥😥
ເຮົາມາແຕ່ (ເຊໂນ ສະຫວັນນະເຂດ ) ໄປເຮັດວຽກແຕ່ເຂົາບໍ່ຈ່າຍເງິນໄຫ້ ທາງບ້ານໂທໄຫ້ເມຶອເບິ່ງແມ່ ບໍ່ສະບາຍແຮງ
ເຮົາຂັບລົດມາ 2ມຶ້ແລ້ວ ຍັງບໍ່ໄດ້ກິນເຂົ້າ ເຮົາຂໍກິນເຂົ້ານຳເຮຶອນເພີ່ນ
ເຮົາສິເມຶອ ຫລວງພະບາງ ,ບ້ານພູສູງ, ເມືອງ ງອຍ
ຂ້ອຍເລີຍຍຶ່ນເງິນໄຫ້ 30.000ກີບ
ເຂົາຈັບເອົາເງິນ ພ້ອມນ້ຳຕາ ທີ່ ໄຫລລົງບໍ່ເຊົາ
ຄິດໆໃນໃຈ ເບິ່ງສະພາບລົດແລ້ວນ່າຈະບໍ່ຮອດ
ຂ້ອຍເລີຍທັກຫາຫມູ່ທີ່ມີລົດໃຫຍ່ ເພຶ່ອຂໍຄວາມຊ່ວຍເຫລຶອ (ມາເອົາລົດໄປຮ້ານຈອດຍາງ ນ້ອງຊາຍ)
ສະພາບລົດ ບໍ່ຮູ້ວ່າຂີ່ມາແຕ່””” ເຊໂນ””ມາໄດ້ຈັງໃດ
ຍາງນອກກະເບິດ ຍາງໃນກະບໍ່ດີ
ເບກກະບໍ່ມີ (ເບກເຫລຶອແຄ່ເຫລັກ)
ສະເຕີກະຫ້ຽນ ໂສ້ກະຍານ
ຕາລົດກະຂາດ
ນ້ຳມັນເຄຶ່ອງກະແຫ້ງ
ພວກຂ້ອຍ. 3ຄົນລົມກັນ ເອົາຈັງ?
ຄັນຊ່ວຍແລ້ວກະຊ່ວຍຖຶງທີ່ສຸດສາ…
Maiysome Seemuokda ເຈົ້າຂອງຮ້ານ ຊ້ອມແປງ
ຊ່ວຍປ່ຽນ ສະເຕີ + ໂສ້ລົດ + ເບກ +ແປງຕາ + ປຽ່ນນ້ຳມັນເຄຶ່ອງ
Ton GT ຊ່ວຍປ່ຽນຍາງນອກ+ໃນ ໄຫມ່ ຄົບຊຸ +ເງິນ30.000ກີບ
หนูนุ้ย ลูกสาวกลาง ຊ່ວຍແກ່ລົດພາໄປຫາຮ້ານ
ຊ່ວຍເຕີມບັດໄຫ້ ຊ່ວຍເອົາເງິນໄຫ້ 50.000ກີບ ໃຫ້ນ້ອງເຕີມນ້ຳມັນ
ສີ່ງທີ່ໄດ້ຄຶນມາຄຶ ຄຳຂອບໃຈ ດ້ວຍນ້ຳສຽງສັ່ນໆ ພ້ອມນ້ຳຕາຂອງນ້ອງ 2ມຶຍົກຂຶ້ນນົບ ແລ້ວກ່າວຂອບໃຈດ້ວຍນ້ຳຕາ
ກ່ອນອອກຈາກຮ້ານໄປ….
#ພວກຂ້ອຍ ບໍ່ໄດ້ຫວັງສີ່ງໃດທຸກຄົນເກີດມາຕົ້ນທຶນຊີວິດບໍ່ເທົ່າກັນສີ່ງໃດທີ່ເຮົາພໍແບ່ງປັນໄດ້ກະແບ່ງໄຫ້ຄົນທີ່ເຂົາກຳລັງລຳບາກ
ຖຶງມັນຈະບໍ່ຫລາຍ ແຕ່ຢ່າງນ້ອຍ. ພວກຂ້ອຍກະມີຄວາມສຸກທີ່ໄດ້ຊ່ວຍຄົນທີ່ກຳລັງຕົກຍາກ ໄຫ້ນ້ອງເດີນທາງຮອດບ້ານໄປເບິ່ງແມ່
ສຸດທ້າຍຂອບໃຈ ເພຶ່ອນທີ່ມີຈິດໃຈເມຕາ
ຂໍໃຫ້ທຸກຄົນມີແຕ່ຄວາມສຸກ ຄວາມຈະເລີນ… 😁😁
.
.
.
.
.
.
.
CR: https://m.facebook.com/story.php?story_fbid=2905581329667614&id=100006473250558