ທ່ານ ຄູນ ບົວແພງພັນ ຫົວໜ້າລັດວິສະຫະກິດໄຟຟ້າ ລາວ ສາຂາແຂວງ ຈຳປາສັກໃຫ້ສຳພາດວ່າ: ຈາກສະພາບ ຝົນຕົກໜັກ ເຮັດໃຫ້ມີນໍ້າຖ້ວມອັ່ງ ແລະ ລົ້ນຖ້ວມ ບ້ານ,ເຮືອນ ຂອງປະຊາຊົນໃນນະຄອນປາກເຊ ກໍ່ຄື 9 ຕົວເມືອງ ໄດ້ເຮັດໃຫ້ໝໍ້ນັບໄຟຈຳນວນບໍ່ໜ້ອຍເປ່ເພ

 

ເຊິ່ງພວກເຮົາ ໄດ້ພະຍາຍາມສູງຕໍ່ການປະຕິບັດໜ້າ ທີ່ເພື່ອແກ້ໄຂການສະໜອງໄຟຟ້າໃຫ້ແກ່ປະຊາຊົນໄດ້ຊົມໃຊ້ ເຊິ່ງປັດຈຸບັນກໍ່ໄດ້ປ່ອຍກະແສໄຟຟ້າໃຫ້ແກ່ປະຊາຊົນໄດ້ຊົມໄຊ້ຢ່າງປົກກະຕິແລ້ວໃນບາງບ້ານ ທີ່ນ້ຳໄດ້ບົກລົງແຕ່ບາງ ບ້ານທີ່ຍັງບໍ່ສາມາດເຂົ້າສຳຫລວດໄດ້ເຖິງຜົນເສຍຫາຍເພາະນ້ຳຍັງຖ້ວມຢູ່ ແມ່ນຍັງໄດ້ຕັດກະແສໄຟຢູ່ເພື່ອຄວາມປອດ ໄພຂອງຜູ້ຊົມໃຊ້.

 

ສຳລັບ ສະພາບນ້ຳຖ້ວມປີນີ້ເຮັດໃຫ້ໄຟ ຟ້າລາວ ມີຜົນກະທົບເສຍຫາຍຢ່າງໜັກໜ່ວງ ເຊິ່ງໃນລະຫວ່າງ 2 ອາທິດຕໍ່ໜ້ານີ້ທາງລັດວິສະຫະກິດໄຟ ຟ້າລາວສາຂາແຂວງຈຳປາສັກຈະໄດ້ສຸມໃສ່ຫລາຍໜ້າວຽກເປັນຕົ້ນແມ່ນ ຈະໄດ້ເລັ່ງສຳຫລວດກວດກາຄືນ ຕື່ມບັນດາກົງເຕີໄຟ ຂອງບ້ານທີ່ຍັງມີນ້ຳຖ້ວມຂັງ, ແກ້ໄຂຕາຂ່າຍໄຟຟ້າ ແລະ ບັນຫາອື່ນໆອີກ ເຊິ່ງປັດຈຸບັນນີ້ ໝໍ້ນັບໄຟທີ່ຍັງແຊ່ນ້ຳຢູ່ປະມານ 2.000 ກວ່າໜ່ວຍ ເຊິ່ງຈະໄດ້ປ່ຽນໃຫ້ແກ່ປະຊາຊົນໂດຍບໍ່ໄດ້ເສຍຄ່າ.

 

ໃນໂອກາດນີ້ ທ່ານ ຄູນ ບົວແພງພັນ ຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກຖ້ວນໜ້າ ໃຫ້ເອົາໃຈໃສ່ຕໍ່ການຊົມໃຊ້ໄຟ້າເພາະຫລັງນ້ຳບົກ ເຄື່ອງໃຊ້ໄຟຟ້າຢູ່ບັນດາບ້ານເຮືອນຂອງບາງຄົວເຮືອນທີ່ຖືກນ້ຳແຊ່ອາດຈະເປ່ເພ ສະນັ້ນກ່ອນຈະໃຊ້ກໍ່ຕ້ອງໄດ້ກວດຄືນ ຫລື ຮຽກຊ່າງມາກວດກາຢ່າງລະອຽດກ່ອນ ເພື່ອມຮັບປະກັນຄວາມປອດໄພ

 

ຂ່າວ:ປະພິດ

Leave a Reply

Your email address will not be published. Required fields are marked *