ໃນວັນທີ 11 ກັນຍາ 2019 ນີ້, ທ່ານ ອະນຸສັກ ຈຳປາຄຳ ຫົວໜ້າພະແນກກະສິກຳ-ປ່າໄມ້ເແຂວງສາລະວັນ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ປະເມີນຜົນເສຍຫາຍເນື້ອທີ່ທຳການຜະລິດເຂົ້າຂອງພໍ່ແມ່ປະຊາຊົນ ບ້ານໜອງໃສ ແລະ ບ້ານທົ່ງນາຄຳ ເມືອງສາລະວັນ.

ຊື່ງກ່ອນອື່ນ, ທ່ານກໍ່ໄດ້ຮັບຟັງການລາຍງານຄວາມເສຍຫາຍທີ່ໄດ້ຮັບຈາກຜົນກະທົບຈາກໄພນ້ຳຖ້ວມ ບ້ານໜອງໃສ ແມ່ນມີເນື້ອທີ່ນາທັງໝົດ 4 ພັນກວ່າເຮັກຕາ, ຖືກກະທົບ 123 ເຮັກຕາ, ເນື້ອທີ່ສວນຖືກກະທົບ 5.20 ເຮັກຕາ, ເສຍຫາຍ 4.40 ເຮັກຕາ ແລະມີສັດລ້ຽງທີ່ຕາຍຄື: ຄວາຍ 3 ໂຕ, ງົວ 18 ໂຕ, ໝູ 9 ໂຕ, ສັດປີກ 959 ກວ່າໂຕ, ໜອງປາຖືກກະທົບ 52 ໜອງ ໃນເນື້ອທີ 22.250 ເຮັກຕາ ແລະສິ່ງຂອງອື່ນໆອີກ.

 

ທ່ານ ສະກຸນສີ ແກ້ວພິດາວັນ ຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງສາລະວັນ ຍັງໄດ້ໃຫ້ຮູ້ກ່ຽວກັບແຜນຟື້ນຟູພາຍຫຼັງນໍ້າລົງ ທາງຫ້ອງການກະສິກຳ ແລະປ່າໄມ້ເມືອງ ໄດ້ມີການປຶກສາຫາລືກັບອຳນາດການປົກຄອງບ້ານກ່ຽວກັບແຜນຟື້ນຟູ ບ່ອນໃດທີ່ມີເຂດຊົນລະປະທານກໍ່ຈະຕ້ອງສົ່ງເສີມໃນການປູກເຂົ້າທົດແທນ, ການປູກພືດ, ການລ້ຽງສັດ, ພ້ອມທັງແຕ່ງຕັ້ງວິຊາການລົງປະຈຳບ້ານ ເພື່ອປຸກລະດົມພໍ່ແມ່ປະຊາຊົນ ອຳນາດການປົກຄອງບ້ານ ໃນການສ້ອມແປງຄອງຊົນລະປະທານ ທີ່ໄດ້ຮັບຜົນກະທົບເສຍຫາຍ ເພື່ອຮອງຮັບໃຫ້ແກ່ການຜະລິດ.

 

ນອກນັ້ນ ສູນກະສິກຳໜອງແດງ ຍັງຈະໄດ້ສະໜອງແນວພັນເຂົ້າທີ່ຈະສະໜອງໃຫ້ພໍ່ແມ່ປະຊາຊົນເຂົ້າໃສ່ໃນການຜະລິດ ຈຳນວນ 13 ໂຕນທີ່ສາມາດສະໜອງໄດ້.

 

ໂດຍ: ທິດລານີ ໂຄດໂຍທາ.

Leave a Reply

Your email address will not be published. Required fields are marked *