ພິທີມອບ-ຮັບອາຄານມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ມວສ) ຫຼັງໃໝ່ ທີ່ບ້ານຊຽງດາ ວິທະຍາເຂດດົງໂພສີ ເມືອງໄຊເຊດຖາ ດ້ວຍມູນຄ່າກໍ່ສ້າງທັງໝົດ 69 ຕື້ກວ່າກີບ ໄດ້ຈັດຂຶ້ນວັນທີ 11 ກັນຍາ 2019 ນີ້ ໂດຍກ່າວຮັບຂອງ ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ການມອບຂອງທ່ານສົມຫວັງ ວົງວິໄລ ອໍານວຍການບໍລິສັດຈິດຈະເລີນກໍ່ສ້າງ ຈໍາກັດຜູ້ດຽວ ຈາກນັ້ນ ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ກໍໄດ້ມອບຕໍ່ໃຫ້ທ່ານ ດຣ ພູທອນ ວັງກອນວິໄລ ວ່າການອະທິການບໍດີ ມວສ ໂດຍມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

 

ໂຄງການກໍ່ສ້າງດັ່ງກ່າວເປັນອາຄານ 4 ຊັ້ນ ແລະ ມີສະໂມສອນໃຫຍ່ 1 ຫຼັງ ເນື້ອທີ່ໃນການກໍ່ສ້າງທັງໝົດ 7.970,5 ຕາແມັດ ປະກອບມີຫ້ອງການຄະນະບໍດີ 4 ຫ້ອງ ຫ້ອງການວິຊາການ 4 ຫ້ອງ ຫ້ອງການບັນດາພະແນກການ 2 ຫ້ອງ ຫ້ອງປະຊຸມນ້ອຍ 1 ຫ້ອງ ຫ້ອງທົດລອງການແພດ 5 ຫ້ອງ ຫ້ອງລັງສີ 1 ຫ້ອງ ຫ້ອງກາຍຍະບຳບັດ 3 ຫ້ອງ ຫ້ອງຊ່າງອົງຄະທຽບ 1 ຫ້ອງ ມີຫ້ອງຮຽນສາມາດບັນນັກສຶກສາໄດ້ 25-35 ຄົນ 23 ຫ້ອງ ແລະ ຫ້ອງສາມາດບັນຈຸນັກສຶກສາໄດ້ 50-60 ຄົນ ຈຳນວນ 3 ຫ້ອງ

 

ແຕ່ຫ້ອງມີລະບົບເຄື່ອງປັບອາກາດ ເຄື່ອງສຽງ ເຄື່ອງເຊື່ອມຕໍ່ ແລະ ຕິດຕໍ່ສື່ສານ ຕິດຕັ້ງລະບົບໄຟຟ້າຮັບໃຊ້ພາຍໃນ ແລະ ພາຍນອກອາຄານ ກໍ່ສ້າງເສັ້ນທາງເບຕົງສັນຈອນພາຍໃນ ດິ່ນເບຕົງ ບ່ອນຈອດລົດ ກຳແພງອ້ອມຮອບ ປະຕູໂຂງ ປ້ອມຍາມ ແລະ ອື່ນໆ.

 

 

Leave a Reply

Your email address will not be published. Required fields are marked *