ໃນຄັ້ງວັນທີ 06 ພືດສະພາ 2019 ເຈົ້າໜ້າທີ່ໜ່ວຍງານຄະດີອາຍາ-ເສດຖະກິດ ປກສ ເມືອງປາກຊັນ ແຂວງບໍລິຄຳໄຊໄດ້ຮັບແຈ້ງຄວາມຈາກ ນາງ ກຸຫຼາບ ພະນັກງານ ຂາຍໂທລະສັບຢູ່ຮ້ານອາລູ່ໂມບາຍ ວ່າ: ມີຊາຍຄົນໜຶ່ງອ້າງຕົນວ່າ ຊື່ ໄຊ ເຮັດວຽກຢູ່ທະນາຄານພັດທະນາລາວ ສາຂາປາກຊັນ ຕິດຕໍ່ຊື້ໂທລະສັບນຳຜູ້ກ່ຽວຈຳນວນ 02 ເຄືອງຍີ່ຫໍ້ ຊຳຊຸງໂນດ 09 ແລະ ຊໍາຊຸງ s 10 ພາສ ລວມມູນຄ່າ 16,680,000 ກີບ ໂດຍໃຫ້ນໍາເອົາໂທລະສັບໄປສົ່ງໃຫ້ຢູ່ໜ້າທະນາຄານພັດທະນາລາວ,

ຫຼັງຈາກນັ້ນ ກໍ່ໄດ້ນໍາເອົາໂທລະສັບຈຳນວນ 02 ໜ່ວຍໄປສົ່ງໃຫ້ ແຕ່ພໍໄປສົ່ງໂທລະສັບໃຫ້ແລ້ວ ທ້າວໄຊ ໄດ້ບອກໃຫ້ຜູ້ກ່ຽວໄປເອົາເງິນນຳ ນາງ ນ້ອຍ ( ນາມສົມມຸດ ) ຢູ່ຮ້ານຂາຍຄຳຕະຫຼາດປາກຊັນໃໝ່ ແລ້ວທ້າວ ໄຊ ຈຶ່ງເອົາຕົວລົບໜີ ຫຼັງຈາກໄດ້ຮັບການແຈ້ງຄວາມ ທາງເຈົ້້າໜ້າທີ່ຈຶ່ງໄດ້ລົງເກັບກຳຂໍ້ມູນ ຈຶ່ງຮູ້ວ່າ ຊາຍຄົນດັ່ງກ່າວ ແມ່ນ ຊື່ທ້າວ ໄຊໂຍ ຢູ່ບ້ານ ໂພນກຸ້ງ ເມືອງປາກເຊ ແຂວງຈຳປາສັກ ຕົກມາຮອດວັນທີ 24 ສິງຫາ 2019 ຈຶ່ງສາມາດກັກຕົວຜູ້ກ່ຽວໄດ້ ຢູ່ໂຮງແຮມແຫ່ງໜຶ່ງທີ່ ບ້ານອານຸສອນໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ.

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ທ້າວ ໄຊໂຍ ໄດ້ຮັບສະພາບວ່າ: ໃນໄລຍະ ປີ 2016 ຕົນໄດ້ຂຶ້ນມາເຮັດວຽກເປັນກຳມະກອນລ້າງອັດສີດຢູ່ນະຄອນຫຼວງວຽງຈັນ ຈົນຮອດທ້າຍປີ 2017 ໄດ້ຍ້າຍໄປເຮັດວຽກຢູ່ໂຮງງານນ້ຳກ້ອນ ບ້ານໂນນຫວາຍ ຕົກມາຮອດປີ 2019 ຕົນໄດ້ເລີ່ມເຄື່ອນໄຫວສໍ້ໂກງເອົາໂທລະສັບຢູ່ຕາມຮ້ານຂາຍໂທລະສັບຕ່າງໆ ເຊັ່ນ:

ວັນທີ 03 ພຶດສະພາ 2019 ຕົນໄດ້ຕິດຕໍ່ຊື້ໂທລະສັບນໍາພະນັກງານຂາຍໂທລະສັບຮ້ານ ອາລູ່ໂມບາຍ ຕັ້ງຢູ່ ເມືອງປາກຊັນ ແຂວງບໍລິຄຳໄຊ ຈຳນວນ 02 ເຄື່ອງ ຍີ່ຫໍ້ ຊຳຊຸງໂນດ 09 ແລະ ຊໍາຊຸງ s10 ພາສ ໂດຍອ້າງວ່າຕົນເປັນພະນັກງານຢູ່ທະນາຄານພັດທະນາລາວ ສາຂາປາກຊັນ ພ້ອມທັງນັດໃຫ້ມາສົ່ງຢູ່ຕໍ່ໜ້າທະນາຄານ,

ຫຼັງຈາກສັ່ງແລ້ວ ຕົນກໍ່ໄດ້ປ່ຽນເບີໂທລະສັບແລ້ວຕິດຕໍ່ຫາພະນັກງານຂາຍໂທລະສັບຜູ້ເກົ່າອີກ ໂດຍອ້າງວ່າ ນາງ ນ້ອຍ ( ນາມສົມມຸດ ) ຂາຍຄຳຢູຕະຫຼາດໃໝ່ ເປັນນ້ອງສາວຂອງຕົນສັ່ງໂທລະສັບອີກ 06 ໜ່ວຍ, ຈາກນັ້ນກໍ່ມີພະນັກງານຂາຍໂທລະສັບມາສົ່ງໃຫ້ຕົນ ຈຳນວນ 02 ໜ່ວຍ ແລ້ວຕົນຈຶ່ງບອກພະນັກຂາຍໂທລະສັບວ່າ ຄ່າໂທລະສັບແມ່ນໃຫ້ໄປເອົານຳນ້ອງສາວ ຊື່ ນ້ອຍ ( ນາມສົມມຸດ ) ຢູ່ຮ້ານຂາຍຄຳ ຈາກນັ້ນ ກໍໄດ້ເອົາຕົວລົບໜີເມື່ອວຽງຈັນ, ແລ້ວເອົາໂທລະສັບໄປຂາຍຢູ່ ແຂວງ ອຸດອນ ປະເທດໄທ ໄດ້ເງິນຈຳນວນ 40,000 ບາດ.

ນອກນັ້ນ ຜູ້ກ່ຽວຍັງໄດ້ເຄື່ອນໄຫວສໍ້ໂກ້ງຊັບຂອງພົນລະເມືອງໃນຮູບການດຽວນີ້ມາຫຼາຍຄັ້ງແລ້ວ ເຊັ່ນ: ໃນເດືອນ ມັງກອນ 2019 ໄດ້ສໍ້ໂກ້ງເອົາໂທລະສັບ ຢູ່ຮ້ານ ATL ຢູ່ດົງໂດກ ຈຳນວນ 02 ໜ່ວຍ ໂດຍອ້າງວ່າເປັນອາຈານ ສອນຢູ່ ມະຫາວິທະຍະໄລ ແຫ່ງຊາດ ແລ້ວເອົາຕົວລົບໜີ ແລ້ວເອົາໂທລະສັບໄປຂາຍໄດ້ເງິນ 14,000 ບາດ, ຕົ້ນເດືອນ ກຸມພາ 2019 ໄດ້ສໍ້ໂກງເອົາໂທລະສັບ ຢູ່ຕໍ່ໜ້າໂຮງໝໍ 150 ຕຽງ ຈຳນວນ 01 ໜ່ວຍ ລວມມູນຄ່າ 39,000 ບາດ

ໂດຍອ້າງວ່າເປັນທ່ານໝໍ ຢູ່ໂຮງໝໍດັ່ງກ່າວ ຕໍ່ມາຜູ້ກ່ຽວຈຶ່ງລົງເຄື່ອນໄຫວຢູ່ ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ ຊຶ່ງໄດ້ໃຊ້ຮູບການດຽວກັນໃນການກໍ່ເຫດດັ່ງກ່າວ ຢູ່ ແຂວງຄຳມ່ວນ ໄດ້ ໂທລະສັບ 02 ໜ່ວຍ, ຢູ່ ສະຫວັນ 02 ໜ່ວຍ ຫຼັງຈາກໄດ້ໂທລະສັບໄປແລ້ວ ກໍ່ນຳເອົາໄປຂາຍຢູ່ຮ້ານບ່ອນເກົ່າທີແຂວງ ອຸດອນປະເທດໄທ, ສ່ວນເງິນທີິ່ໄດ້ມາກໍ່ເອົາໄປໃຊ້ຈ່າຍກິນຟູມເຟືອຍຈົນໝົດ.

ຜ່ານການສືບສວນ-ສອບສວນ ແລະ ເກັບກຳຂໍ້ມູນຂອງເຈົ້າໜ້າທີ່ ສາມາດສັງເກດຕີລາຄາໄດ້ວ່າ: ທ້າວ ໄຊໂຍ ແມ່ນມີເຈດຕະນາ ສໍ້ໂກ້ງຊັບຂອງພົນລະເມືອງຢ່າງແທ້ຈິງ ເຊີ່ງເປັນການກະທຳຜິດໃນຖານການສໍ້ໂກງຊັບຕາມມາດຕາ 233 ຂອງປະມວນກົດໝາຍອາຍາ ສະບັບປັບປຸງ ປີ 2017, ປະຈຸບັນ ຄະດີດັ່ງກ່າວ ເຈົ້າໜ້າທີ່ພວມສະຫຼຸບສຳນວນຄະດີເພື່ອສົ່ງໃຫ້ໄອຍະການ ເພື່ອສັ່ງຟ້ອງສານຕັດສິນຕໍ່ຜູ້ກ່ຽວຕາມລະບຽບກົດໝາຍ.

Cr: ປກສ ແຂວງບໍລິຄຳໄຊ

Leave a Reply

Your email address will not be published. Required fields are marked *