ປະຊາຊົນບ້ານໂສໂລໃຫຍ່, ເມືອງຊະນະສົມບູນ ແຂວງ ຈຳປາສັກ ຂີ່ເຮືອກາບກັບເມືອເຮືອນ ເພື່ອຊິເມືອອະນາໄມເຮືອນ ວ່ານໍ້າບົກແລ້ວ, ຂີ່ເຮືອກັບນຳກັນຫຼາຍຄົນ, ພໍດີເຮືອໄປຮອດສາຍຫ້ວຍຖືກນໍ້າພັດຫຼົ້ມ ເສຍຊີວິດ 1 ເປັນຜູ້ຍິງ (ຊື່ແມ້ວ) ອາຍຸ 33 ປີ.
ທ່ານ ສອນສະຫັວນ ສີລິໄວ ເຈົ້າເມືອງ ເມືອງຊະນະສົມບູນໄດ້ກ່າວຕໍ່ທີມ

 

ງານນັກຂ່າວວຽງຈັນທາຍວັນ 10/9/2019 ວ່າ ເວລາ 12:00 ມີປະຊາຊົນ ບ້ານສະໂລໃຫຍ່ ຢູ່ສູນອົບພະຍົກ ຊົ່ວຄາວ ເມືອງຊະນະສົມບູນ ຈຳນວນ 8 ຄົນ (ຍິງ 7ຄົນ ເດັກນອ້ຍສອງຄົນ) ຂີ່ເຮືອກາບກັບເມືອເຮືອນ ເພື່ອຊິເມືອ ອະນາໄມເຮືອນ ເຂົາເຈົ້າຄິດວ່ານໍ້າບົກ ແຫ້ງແລ້ວ, ເຊິ່ງເສັ້ນທາງຂີ່ເຮືອກາບ ກັບເມືອເຮືອນປະມານ 100 m ເພາຮອດກາງນໍ້າຫວ້ຍປົ່ງ 50 m ນໍ້າຫວ້ຍໄຫຼແຮງພັດເຮືອຫລົ້ມ ເຮັດໃຫ້ເສຍຊີວິດ 1ຄົນ ເຊິ່ງ ປະຊາຊົນ ໜ່ວຍກູ້ໄພ ເມືອງ ແລະ ແຂວງຈຳປາສັກ ໄດ້ຂີ່ເຮືອໄປເກັບກູ້ ແລະ ຊວ່ຍເຫຼືອ ໄດ້ພຽງແຕ່ 7ຄົນ ເທົ້ານັ້ນ ເຊິ່ງສົບມອບໃຫ້ຍາດ ຕິພີ່ນ້ອງໄປທຳພິທີທາງສາສະໜາແລ້ວ.

ຂ່າວ: ບົວຜັນ ນັກຂ່າວວຽງຈັນທາຍ
ພາບ: ເມືອງຊະນະສົມບູນ

Leave a Reply

Your email address will not be published. Required fields are marked *