ພິ­ທີ​ເຊັນ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ (MOU) ກ່ຽວ​ກັບ​ການ​ຮ່ວມ​ມື​ສົ່ງ­ເສີມ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ດີ​ຈິ​ຕອນ ເຂົ້າ​ໃນ​ຂະ­ແໜງ​ກະ­ສິ­ກຳ ແລະ ອຸດ­ສາ­ຫະ­ກຳ ໃນ​ຍຸກ​ອຸດ­ສາ­ຫະ­ກຳ 4.0 ລະ­ຫວ່າງ ກົມ​ເຕັກ​ໂນ​ໂລ​ຊີ​ດີ​ຈິ​ຕອນ ກະ­ຊວງ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ (ກວ​ຕ) ແລະ ອົງ­ການ​ສົ່ງ­ເສີມ​ເສດ­ຖະ­ກິດ ດີ​ຈິ​ຕອນ ປະ­ເທດ​ໄທ ຈັດ​ຂຶ້ນ​ວັນ​ທີ 6 ກັນ­ຍາ 2019 ທີ່​ໂຮງ­ແຮມ​ລາວ​ພລາ​ຊາ ນະ­ຄອນ­ຫຼວງ​ວຽງ​ຈັນ ຮ່ວມ​ລົງ​ນາມ​ຂອງ​ທ່ານ ແກ້ວ​ນະ­ຄອນ ໄຊ​ສຸ​ລຽນ ຫົວ­ໜ້າ​ກົມ​ເຕັກ​ໂນ​ໂລ​ຊີ​ດີ​ຈິ​ຕອນ ກວ​ຕ ແລະ ທ່ານ ນັດ​ຕະ​ພົນ ນິມ­ມານ​ພັດ​ສະ​ລິນ ປະ­ທານ​ອົງ­ການ​ສົ່ງ­ເສີມ​ເສດ­ຖະ­ກິດ​ດີ​ຈິ​ຕອນ ປະ­ເທດ​ໄທ ມີ​ທ່ານ ບໍ່​ວຽງ​ຄຳ ວົງ​ດາ­ລາ ລັດ­ຖະ­ມົນ­ຕີ ກວ​ຕ ພ້ອມ​ດ້ວຍ​ບັນ­ດາ​ຜູ້­ຕາງ­ໜ້າ​ຈາກ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

 

ທ່ານ ແກ້ວ​ນະ­ຄອນ ໄຊ​ສຸ​ລຽນ ກ່າວ​ວ່າ: ຢູ່ ສປປ ລາວ ກໍ​ໄດ້​ມີ​ການ​ນຳ​ເອົາ​ຜົນ­ສຳ­ເລັດ​ທາງ​ດ້ານ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ ແລະ ນະ​ວັດ­ຕະ​ກຳ​ຂອງ​ໂລກ ໂດຍ​ສະ­ເພາະ​ທາງ​ດ້ານ​ເຕັກ​ໂນ​ໂລ​ຊີ​ຄອມ​ພິວ​ເຕີ ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ­ສານ ແລະ ເຕັກ​ໂນ​ໂລ​ຊີ​ດີ​ຈິ​ຕອນ ເພື່ອ​ຜັນ​ຂະ­ຫຍາຍ​ນຳ​ໃຊ້ ແລະ ພັດ­ທະ­ນາ​ໃຫ້​ແທດ­ເໝາະ​ຕາມ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ສັງ­ຄົມ​ຢູ່ ສປປ ລາວ ໃນ​ປັນ​ຈຸ​ບັນ ສປປ ລາວ ກໍ​ໄດ້​ມີ​ປະ­ຖົມ​ປັດ​ໄຈ​ພື້ນ­ຖານ​ເພື່ອ​ເຮັດ​ໃຫ້​ພວກ​ເຮົາ​ສາ­ມາດ​ກ້າວ​ສູ່​ຍຸກ​ດີ​ຈິ​ຕອນ ພວກ​ເຮົາ​ມີ​ກົດ­ໝາຍ​ວ່າ​ດ້ວຍ​ທຸ­ລະ​ກຳ​ທາງ​ດ້ານ​ເອ​ເລັກ​ໂຕຣ​ນິກ ແລະ ມີ​ຫຼາຍ​ນິ­ຕິ​ກຳ​ທີ່​ກ່ຽວ­ຂ້ອງ ເຊິ່ງ​ເປັນ​ນິ­ຕິ​ກຳ​ພື້ນ­ຖານ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ດີ​ຈິ​ຕອນ ຢູ່ ສປປ ລາວ ພ້ອມ​ດຽວ​ກັນ​ນັ້ນ​ກໍ​ຍັງ​ມີ​ລະ­ບົບ​ໂຄງ​ລ່າງ​ພື້ນ­ຖານ​ດ້ານ​ລະ­ບົບ​ໂທລະ​ຄົມ­ມະ­ນາ­ຄົມ ແລະ ການ​ສື່­ສານ ມີ​ການ​ບໍ­ລິ­ການ​ອິນ​ເຕີ​ເນັດ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ຢູ່ ກວ​ຕ ກໍ​ມີ​ຂໍ້​ມູນ​ດີ​ຈິ​ຕອນ ເຊິ່ງ​ເປັນ​ໂຄງ​ລ່າງ​ໜຶ່ງ​ທີ່​ສຳ­ຄັນ ໃນ​ການ​ຫັນ​ເປັນ​ດີ​ຈິ​ຕອນ ແລະ ສົ່ງ­ເສີມ​ການ​ນຳ​ໃຊ້ ແລະ ການ​ພັດ­ທະ­ນາ​ເຕັກ​ໂນ​ໂລ​ຊີ​ດີ​ຈິ​ຕອນ​ເຂົ້າ​ໃນ​ຂະ­ແໜງ​ກະ­ສິ­ກຳ ແລະ ອຸດ­ສາ­ຫະ­ກຳ ເພື່ອ​ກ້າວ​ເຂົ້າ​ສູ່​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ດີ​ຈິ​ຕອນ ຢູ່ ສປປ ລາວ ໃຫ້​ມີ​ການ​ຂະ­ຫຍາຍ­ຕົວ​ເທື່ອ​ລະ​ກ້າວ.

 

ການ​ສົ່ງ­ເສີມ ແລະ ການ​ພັດ­ທະ­ນາ​ເຕັກ​ໂນ​ໂລ​ຊີ​ດີ​ຈິ​ຕອນ ຂອງ​ກົມ​ເຕັກ​ໂນ​ໂລ​ຊີ ກວ​ຕ ແມ່ນ​ພາ­ລະ​ບົດ­ບາດ​ໜຶ່ງ​ທີ່​ສຳ­ຄັນ​ຂອງ​ພວກ​ເຮົາ ເພື່ອ​ເຜີຍ­ແຜ່​ໃຫ້​ສັງ­ຄົມ​ເຫັນ​ໄດ້​ຄວາມ​ສຳ­ຄັນ ແລະ ຜົນ​ປະ­ໂຫຍດ​ໃນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ດີ​ຈີ​ຕອນ ເພື່ອ​ພັດ­ທະ­ນາ​ເສດ­ຖະ­ກິດ ແລະ ສັງ­ຄົມ​ໃຫ້​ເຂັ້ມ­ແຂງ ແລະ ມີ​ການ​ຂະ­ຫຍາຍ­ຕົວ​ເທື່ອ​ລະ​ກ້າວ.

 

ການ​ຮ່ວມ​ມື​ໃນ​ຄັ້ງ​ນີ້ ຈະ​ສ້າງ​ຜົນ​ປະ­ໂຫຍດ​ໃຫ້​ສອງ​ຝ່າຍ ໂດຍ​ສະ­ເພາະ​ແມ່ນ​ການ​ສ້າງ​ເງື່ອນ­ໄຂ​ພື້ນ­ຖານ​ໃຫ້​ພວກ​ເຮົາ​ມີ​ເພື່ອ​ສົ່ງ­ເສີມ​ໃນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ດີ​ຈິ​ຕອນ ເພື່ອ​ພັດ­ທະ­ນາ​ຂະ­ແໜງ­ການ​ກະ­ສິ­ກຳ ແລະ ອຸດ­ສາ­ຫະ­ກຳ ຕາມ​ຍຸກ​ອຸດ­ສາ­ຫະ­ກຳ​ດີ​ຈິ​ຕອນ 4.0 ມີ​ການ​ແລກ­ປ່ຽນ​ຂໍ້​ມູນ​ຂ່າວ­ສານ ແລະ ປະ­ສົບ​ການ​ທາງ​ດ້ານ​ດີ​ຈິ​ຕອນ​ຂອງ​ລາວ ແລະ ໄທ ສາ­ມາດ​ຮ່ວມ​ມື​ກັນ​ຈັດ​ຕັ້ງ​ປະ­ຕິ­ບັດ​ກິດ­ຈະ­ກຳ​ຕ່າງໆ ເພື່ອ​ສ້າງ​ຄວາມ​ເຂັ້ມ­ແຂງ ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ດີ​ຈິ​ຕອນ​ໃນ​ປະ­ເທດ​ຂອງ​ພວກ​ເຮົາ.

 

ທີ່ມາ: ນສພ ວຽງຈັນໃຫມ່

 

Leave a Reply

Your email address will not be published. Required fields are marked *