10/9/2019, ກອງທຶນອະນຸລັກສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມອບເງິນ 50 ລ້ານກີບ ແລະ ທ່ານ ນາງ ຄຳພອງ ໂສຕາປະເສີດ ພ້ອມຄອບຄົວ ມອບເງິນ 1 ລ້ານກີບ

ລວມເປັນ 51 ລ້ານ ໃຫ້ແກ່ອຳນາດການປົກຄອງແຂວງຈຳປາສັກ ເພື່ອປະກອບສ່ວນຊ່ວຍເຫຼືອບັນເທົາທຸກແກ່ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ແຂວງຈຳປາສັກ.

ຕາງໜ້າມອບໂດຍ ທ່ານ ປອ.ສຸປານີ ສີລິປຸນໂຍ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມແຂວງ ພ້ອມຄະນະ.

ເປັນກຽດຮັບໂດຍ ທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງໆຈຳປາສັກ ປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ. ມີການນຳຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຂ່າວ ທູນທອງໃຈ.

Leave a Reply

Your email address will not be published. Required fields are marked *