ພາຍຫຼັງທີ່ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ສຳເລັດພາລະກິດ ຕ້ອນຮັບແຂກ ຂັ້ນສູງຈາກຕ່າງປະເທດ (ປະທານາທິບໍດີ ສ. ເກົາຫລີ) ທີ່ມາຢ້ຽມຢາມລັດຖະກິດ ສສປ ລາວ ຢ່າງເປັນທາງການ, ຈາກນັ້ນ ໃນລະຫວ່າງວັນທີ 7-8 ກັນຍາ 2019, ຊຶ່ງເປັນວັນພັກລັດຖະການ, ທ່ານໄດ້ຮີບຮ້ອນເດີນທາງລົງໄປຢ້ຽມຢາມ, ພົບປະໂອ້ລົມ, ມອບເຄື່ອງຊ່ວຍເຫຼືອ ແລະ ໃຫ້ກຳລັງໃຈແກ່ພໍ່ແມ່ປະຊາຊົນ ທີ່ປະສົບໄພ ນໍ້າຖ້ວມ ຢູ່ສະຖານທີ່ຕ່າງໆ ເປັນຕົ້ນ ທີ່ເມືອງ ຈຳພອນ, ແຂວງສະຫວັນນະເຂດ; ເມືອງຄົງ ເຊໂດນ, ແຂວງສາລະວັນ; ເມືອງຊະນະສົມບູນ, ແຂວງຈຳສັກ.


ຄຳຖາມ ແລະ ການໂອ້ລົມ ທີ່ສາມາດຈື່ຈຳໄດ້ ໃນເວລາທີ່ທ່ານນາຍົກລັດຖະມົນຕີ ພົບປະ ກັບປະຊາຊົນ, ທ່ານໄດ້ກ່າວວ່າ: ໄດ້ກິນເຂົ້າ-ກິນ ນໍ້າແລ້ວບໍມື້ນີ້?, ພາກັນກິນຢູ່ແນວໃດ?, ສຸຂະພາບເດ ເປັນແນວໃດ?; ບ້ານເຮືອນ, ໄຮ່ນາ-ຮົ້ວສວນຖືກນໍ້າຖ້ວມໝົດບໍ?, ຄືບໍ່ປະກົດເຫັນຜູ້ຊາຍ? (ຄຳຕອບບອກວ່າ: ຜູ້ຊາຍໄປເຝົ້າເຄື່ອງຂອງ ແລະ ສັດລ້ຽງ…), ນໍ້າຖ້ວມໄດ້ຈັກມື້ແລ້ວ?, ເຄື່ອງຂອງເດ ທັນຍົກຍ້າຍຢູ່ບໍ?, ໄດ້ຮັບການຊ່ວຍເຫຼືອ ຫຍັງແດ່ແລ້ວ?; ຫຼານນ້ອຍເກີດໄດ້ຈັກມື້ແລ້ວ?, ໃສ່ຊື່ຫຍັງ? ພາກັນເຄື່ອນຍ້າຍມາຢູ່ນີ້ໄດ້ແນວ ໃດ?; ມີຜູ້ເຈັບເປັນ ຫລື ໄດ້ຮັບອັນຕະລາຍຮ້າຍ ແຮງບໍ?…ຊຶ່ງຄຳຖາມຕ່າງໆເຫຼົ່ານີ້ ຄາດວ່າ ຍັງດັງ ກ້ອງຢູ່ໃນໃຈຂອງຜູ້ທີ່ຢູ່ໃນເຫດການເຫຼົ່າ ນັ້ນ. ນໍ້າສຽງ, ສີໜ້າ, ແວວຕາ ແລະ ການສະແດງ ອອກຂອງທ່ານ ແມ່ນມີຄວາມເປັນຫ່ວງເປັນໃຍ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນຢ່າງແທ້ຈິງ.

 

ນອກນັ້ນ, ກໍ່ຍັງເຫັນພາບປະທັບໃຈຫຼາຍຢ່າງ ເປັນຕົ້ນ ການປາກເວົ້າກັບປະຊາຊົນ ແມ່ນເປັນ ກັນເອງຫຼາຍ, ການກິນຢູ່ ກໍ່ລຽບງ່າຍ (ເພິ່ນບອກ ຄະນະວ່າ: ພວກເຮົາຕ້ອງເຮັດ ເຂົ້າກ່ອງມາກິນ, ທັນກິນຢູ່ໃສ ແມ່ນກິນຢູ່ນັ້ນ ໂລດ, ມັນຈຶ່ງບໍ່ເສຍ ເວລາ, ເວລາມັນສັ້ນ ແລະ ເຄັ່ງຮ້ອນຄືແນວນີ້ ເຮົາຕ້ອງຍາດແຍ່ງ ໄປຮອດ ໄປເຖິງ ແລະ ຊ່ວຍເຫຼືອປະຊາຊົນໃຫ້ໄດ້ຫຼາຍ ທີ່ສຸດ…), ເພິ່ນມີຄວາມນົບນ້ອມຖ່ອມຕົວ, ຍໍມືນົບທັກ ທາຍສະບາຍດີກັບທຸກຄົນ, ເຫັນລູກຫຼານ ກໍ່ກົ້ມທັກທາຍ, ຖາມຂ່າວຄາວ, ນຳມາອູ້ມກອດ ຮັກແພງຄືກັນກັບລູກຫຼານ ຂອງຕົນ; ການນຸ່ງຖື ກໍ່ຈັ່ງແມ່ນກົມກືນ ກັບປະຊາຊົນ ຈົນແຍກຄວາມແຕກຕ່າງບໍ່ອອກ; ການເດີນທາງ ກໍ່ເປັນໄປຕາມສະພາບເງື່ອນໄຂ ຕົວຈິງ, ພໍຍ່າງກໍ່ຍ່າງ, ລົງນໍ້າ, ລຸຍຕົມ ໂດຍບໍ່ຢ້ານ ເປິເປື້ອນ ແລະ ບໍ່ຢ້ານປຽກ. ນາຍົກມີຄວາມເປັນຫ່ວງເປັນໃຍຕໍ່ຊີວິດການ ເປັນຢູ່ຂອງປະຊາຊົນ ໂດຍສະເພາະ ໃນສະພາບ ທີ່ກຳລັງພົບກັບ ຄວາມຫຍຸ້ງຍາກ ແລະ ສັບສົນເຊັ່ນນີ້.

ສຳລັບການພົບປະໂອ້ລົມຕໍ່ອົງການປົກຄອງ ທ້ອງຖິ່ນ ແລະ ປະຊາຊົນ ຢູ່ແຕ່ລະສະຖານທີ່, ທ່ານໄດ້ສະແດງຄວາມຊົມ ເຊີຍ ຕໍ່ຄວາມ ເອົາໃຈໃສ່, ຄວາມສາມັກ ຄີຮັກແພງຂອງອົງ ການປົກຄອງທ້ອງຖິ່ນ ແລະ ພາກສ່ວນຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫຼືອຜູ້ປະ ສົບໄພນ້ຳຖ້ວມ ໄດ້ດີ ແລະ ທັນການ ໂດຍສະເພາະ ອ້າຍເອື້ອຍ ນ້ອງທະຫານ, ເຈົ້າໜ້າທີ່ຕຳຫຼວດ, ອາສາສະ ໝັກກູ້ໄພ, ປະຊາຊົນດ້ວຍກັນ ແລະ ອື່ນໆ ທີ່ໄດ້ປະກອບ ສ່ວນເຫື່ອແຮງ ແລະ ວັດຖຸສິ່ງ ຂອງ ເຂົ້າໃນການ ຊ່ວຍເຫຼືອ, ຍົກຍ້າຍປະຊາຊົນ, ລຳລຽງວັດຖຸສິ່ງຂອງທີ່ຈຳເປັນ, ສັດລ້ຽງ… ໄປສູ່ເຂດທີ່ປອດໄພ. ຊຶ່ງເຫັນວ່າ ການຊ່ວຍ ເຫຼືອດັ່ງກ່າວ ແມ່ນເຮັດໄດ້ດີ, ວ່ອງໄວ ແລະ ທັນການພໍສົມຄວນ, ສະແດງເຖິງຄວາມ ເອົາໃຈໃສ່ ຂອງອົງການປົກຄອງທຸກຂັ້ນ, ຄວາມຕື່ນຕົວ, ຄວາມມີນໍ້າໃຈອັນດີງາມ ແລະ ເສຍສະຫຼະສູງ, ຄວາມປຸ້ມລຸມສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງປະຊາຊົນ ຄົນລາວ, ບໍ່ປະປ່ອຍກັນ ໃນເວລາທີ່ພົບກັບ ຄວາມຫຍຸ້ງຍາກສັບສົນ, ຊຶ່ງເຊື່ອແນ່ວ່າ: ສິ່ງດັ່ງກ່າວ ຈະກາຍເປັນກຳລັງແຮງອັນສຳຄັນ ປະກອບສ່ວນເຮັດໃຫ້ ການແກ້ໄຂ ໄພພິບັດນໍ້າຖ້ວມຄັ້ງນີ້ ສາມາດຜ່ານພົ້ນ ໄປໄດ້ດ້ວຍດີ.


ພາບ-ບົດ: KV

ແຫລ່ງຂ່າວ: ໜັງສືພິມວຽງຈັນທາຍ

Leave a Reply

Your email address will not be published. Required fields are marked *