ເພື່ອເປັນການຊ່ວຍເຫຼືອຜູ້ປະສົບໄພພິບັດ ແລະ ຄອບຄົວທີ່ອຶດເຂົ້າກິນ ການນຳແຂວງເຊກອງໄດ້ມອບເຂົ້າສານໜຽວ ຈຳນວນ 10 ໂຕນໃຫ້ແກ່ປະຊາຊົນພາຍໃນເມືອງກະລຶມ ທັງນີ້, ແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນ.
ໃນວັນທີ 7 ຫາ 9 ກັນຍາ 2019 ນີ້ ທ່ານ ຄໍາສອນ ກອນເຍີ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຮອງປະທານຄະນະປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ພ້ອມຄະນະ ໄດ້ນຳເອົາເຂົ້າສານ ມອບໃຫ້ເມືອງກະລຶມ ໂດຍການກ່າວຮັບ ຂອງທ່ານ ອໍບົວລາ ອ່ອນມະໄລວົງ ວ່າການເຈົ້າເມືອງກະລຶມ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳສອນ ກອນເຍີ ກ່າວວ່າ: ເຂົ້າສານທີ່ນຳມາມອບໃນຄັ້ງນີ້ ເປັນເຂົ້າສານໜຽວ ຈຳນວນ 10 ໂຕນ ລວມມູນຄ່າທັງໝົດ 60 ລ້ານ ກວ່າກີບ ເນື່ອງຈາກເສັ້ນທາງບົກແຕ່ເມືອງຫາແຂວງຖືກຕັດຂາດ ສະນັ້ນອຳນາດການປົກຄອງແຂວງ ຈຶ່ງໄດ້ນຳໃຊ້ຍົນຂົນສົ່ງເຂົ້າສານໜຽວ ທາງອາກາດ ຈຳນວນ 10 ຖ້ຽວ ຈຶ່ງສຳເລັດ ເພື່ອໃຫ້ເມືອງກະລຶມ ນຳໄປມອບຕໍ່ໃຫ້ແກ່ຄອບຄົວຜູ້ທີ່ໄດ້ຮັບຜົນເສຍຫາຍຈາກໄພພິບັດໃນໄລຍະຜ່ານມາ ແລະ ຄອບຄົວທີ່ອຶດເຂົ້າກິນ ເພື່ອເປັນການຊ່ວຍເຫຼືອບັນເທົາທຸກ ແລະ ຟື້ນຟູຊີວິດການເປັນຢູ່ຂອງຄອບຄົວດັ່ງກ່າວໃນຂັ້ນເບື້ອງຕົ້ນ.
ໂອກາດດຽວກັນນີ້ ທ່ານ ອໍບົວລາ ອ່ອນມະໄລວົງ ໄດ້ສະແດງຄວາມຂອບໃຈມາຍັງການນຳ ຂອງແຂວງເຊກອງ ກໍຄືຄະນະປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງທີ່ເອົາໃຈໃສ່ເບິ່ງແຍງ ດູແລ ແລະ ຊ່ວຍເຫຼືອພໍ່ແມ່ປະຊາຊົນຊາວເມືອງກະລຶມໂດຍຕະຫຼອດມາ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເຂົ້າສານໜຽວທີ່ໄດ້ຮັບນີ້ ໄປມອບໃຫ້ຄອບຄົວເປົ້າໝາຍດັ່ງກ່າວຢ່າງທົ່ວເຖິງ ເພື່ອຟື້ນຟູສະພາບຈິດໃຈຂອງຜູ້ທີ່ປະສົບເຄາະຮ້າຍຈາກໄພພິບັດ ແລະ ຄອບຄົວທີ່ອຶດຫິວໃຫ້ດີຂຶ້ນ.
ຂ່າວຈາກ: ເສດຖະກິດ-ການຄ້າ.