ໃນຕອນແລງ ຂອງວັນທີ 9 ກັນຍາ 2019 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ບໍລິສັດ ເອັສວີກຣຸບ ຈຳກັດ ໄດ້ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຈຳນວນ 200 ລ້ານກີບ ຊຶ່ງຕາງໜ້າໃຫ້ແກ່ບໍລິສັດ ກ່າວມອບໂດຍທ່ານ ສົມຈິດ ຫົງວິຈິດ ຮອງອຳນວຍການ ບໍລິສັດ ເອັສວີກຣຸບ ຈຳກັດ ແລະ ກ່າວຮັບ ແມ່ນທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໂດຍມີພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ເພັດ ພົມພິພັກ ໄດ້ກ່າວຂອບໃຈ ຕໍ່ບໍລິສັດ ເອັສວີກຣຸບ ຈຳກັດ ທີ່ໄດ້ປະກອບສ່ວນ ໃຫ້ການຊ່ວຍເຫຼືອປະຊາຊົນຜູ້ປະສົບໄພນໍ້າຖ້ວມໃນປີນີ້.
ພ້ອມກັນນັ້ນ, ກໍ່ຈະນຳເອົາການຊ່ວຍເຫຼືອດັ່ງກ່າວ ໄປມອບຕໍ່ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເພື່ອນຳໄປຊ່ວຍເຫຼືອ ໃຫ້ຮອດໃຫ້ເຖິງປະຊາຊົນ ຜູ້ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ຢ່າງແທ້ຈິງ ແລະ ເກີດປະໂຫຍດສູງສຸດ.
ຂ່າວຈາກ: ເສດຖະກິດ-ການຄ້າ.6