ໃນຕອນເຊົ້າຂອງວັນທີ 8/9/2019 ຢູ່ກະຊວງສາທາລະນະສຸກ, ນະຄອນຫຼວງວຽງຈັນ, ທ່ານ ຮສ ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຄຳພອນ ພຸດທະວົງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະກົມຂອງກະຊວງສາທາລະນະສຸກ ໄດ້ສົ່ງທີມງານວິຊາການຂອງກະຊວງສາທາລະນະສຸກ ລົງໄປແຂວງສາລະວັນ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ.
ທີມງານວິຊາການຈາກກະຊວງສາທາລະນະສຸກທີ່ລົງໄປຊ່ວຍແຂວງສາລະວັນໃນຄັ້ງນີ້ ແມ່ນຈະໄດ້ໄປຊ່ວຍສະໜັບ ສະໜູນທີມແພດຂອງແຂວງສາລະວັນ ໃນການເບິ່ງແຍງສຸຂະພາບຂອງຜູ້ປະສົບໄພນ້ຳ ຖ້ວມທີ່ມາອາໄສຢູ່ຈຸດພັກເຊົາຊົ່ວຄາວຕ່າງໆຂອງແຂວງ, ໂດຍສະເພາະແມ່ນ ເມືອງຄົງເຊໂດນ ເພາະເປັນເມືອງທີ່ໄດ້ຮັບຜົນກະທົບໜັກກ່ອນໝູ່ໃນບັນດາເມືອງທີ່ຖືກນ້ຳຖ້ວມຂອງແຂວງສາລະວັນ; ປະເມີນບັນຫາທີ່ຈະ ມີຜົນກະທົບຕໍ່ສຸຂະພາບຂອງປະຊາຊົນຢູ່ເຂດນ້ຳຖ້ວມ ຍ້ອນພະຍາດທີ່ຈະເກີດຂຶ້ນໄລຍະນ້ຳຖ້ວມ ແລະ ພາຍຫຼັງນ້ຳຖ້ວມ ເພື່ອຊອກຫາວິທີແກ້ໃຫ້ທ່ວງທັນເວລາ; ປະເມີນຄວາມເສຍຫາຍຂອງໂຮງໝໍເມືອງ ແລະ ສຸກສາລາຕ່າງໆ ທີ່ຖືກນ້ຳຖ້ວມ ເພື່ອຫາວິທີແກ້ໄຂໃຫ້ບັນດາສາຖານທີ່ບໍລິການສຸຂະພາບດັ່ງກ່າວ ສາມາດກັບມາບໍລິການສຸຂະພາບຂອງຄົນໃຫ້ໄດ້ໂດຍໄວ.
ພ້ອມດຽວກັນກັບການສົ່ງທີມແພດລົງຊ່ວຍແຂວງສາລະວັນໃນ ຄັ້ງນີ້, ທາງກະຊວງສາທາລະນະ ສຸກ ຍັງໄດ້ນຳສົ່ງຢາທີ່ຈຳເປັນ ແລະ ມຸ້ງຍ້ອມຢາຈຳນວນໜຶ່ງໄປໃຫ້ແຂວງ ເພື່ອຊ່ວຍຮັບໃຊ້ເຂົ້າໃນການບໍລິການສຸຂະພາບໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມໃນຄັ້ງນີ້.
ທີ່ມາ: Lao National Radio