ຈໍາປາສັກ: ລາຍງານຈາກ 1623 ແຂວງຈໍາປາສັກ ໃຫ້ຮູ້ວ່າ ໃນວັນທີ 9/9/2019 ເວລາ 8:30 ນາທີ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີເຫດຄົນຕາຍຕົກນໍ້າ, ຈຸດເກີດເຫດ: ບ້ານ ບັງລຽງ ( ຫຼັກ 24 ທາງປະທຸມພອນ ), ພໍໜ່ວຍກູ້ໄພອອກກວດສອບໄດ້ພົບຜູ້ເສຍຊິວິດ ເພດຊາຍ ອາຍຸ 49 ປີ, ຄົນບ້ານໃໝ່ ເມືອງໂພນທອງ ແຂວງຈໍາປາສັກ.
ດັ່ງນັ້ນ, ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ຈຶ່ງໄດ້ນໍາສົ່ງສົບຜູ້ເສຍຊິວິດກັບບ້ານ.