ເຖີງວ່າສະພາບນ້ຳຖ້ວມ ໄດ້ເລີ່ມບົກລົງແຫ້ງ ລົງແລ້ວຈຳນວນໜຶ່ງ ກໍ່ຕາມ ແລະ ຍັງມີບາງບ່ອນທີ່ຍັງສູງ ຍັງເຮັດໃຫ້ປະຊາຊົນ ບໍ່ທັນເຂົ້າບ້ານໄດ້, ທັງຍັງມີຫຼາຍຄອບຄົວ ທີ່ອາໄສເສັ້ນທາງ ເລກທີ 13 ໃຕ້ ເປັນຈຸດພັກເຊົາ ໃນຫຼາຍໆບ່ອນ, ຊື່ງມີທັງພໍ່ແມ່ປະຊາຊົນ, ພາຫະນະ, ສິ່ງຂອງຕ່າງໆ, ສັດສາວາສິ່ງຈຳນວນຫຼວງຫຼາຍທີ່ຍັງອາໄສລຽບຕາມຂອບເສັ້ນທາງ ເລກທີ 13 ໃຕ້.
ທັງຮຽກຮ້ອງບັນດາຜູ້ໃຊ້ລົດໃຊ້ຖະໜົນ ຄວນລະມັດລະວັງໃນການສັນຈອນໄປມາ ເພື່ອຄວາມປອດໄພຂອງພໍ່ແມ່ພີ່ນ້ອງ ທີ່ປະສົບອຸທົກກະໄພນຳ້ຖ້ວມ ຕະຫຼອດຮອດວັດຖຸຊັບສິນຕ່າງໆ ແລະ ຜູ້ສັນຈອນເອງ.
ໍ່
#ຮ່ວມແຮງຮ່ວມໃຈຊ່ວຍເຫຼືອກັນ ແລະ ກັນ
#ໂດຍ: ວິໄລວອນ ສິດທິໄຊ