ຮ່ວມສົ່ງແຮງໃຈຊ່ວຍເຫຼືອພີ່ນ້ອງພາກໃຕ້ທີ່ພວມປະສົບໄພນໍ້າຖ້ວມ ຢູນີເທວ ຂໍແບ່ງເບົາຄວາມທຸກໂສກ ແລະ ຂໍເປັນຈຸດເຊື່ອມຕໍ່ ໃຫ້ຜູ້ປະສົບໄພໄດ້ໃກ້ຊິດກັບຄອບຄົວ ຍາດພີ່ນ້ອງ ໃຫ້ຫລາຍຂື້ນ, ຢູນິເທວ
ໄດ້ຕັ້ງຈຸດບໍລິການໃຫ້ພໍ່ແມ່ປະຊາຊົນໄດ້ໂທ ຟຣີ ຫາຄອບຄົວ ຍາດພີ່ນ້ອງ ເພື່ອນມິດ ເພື່ອເປັນການແບ່ງເບົາບັນເທົາຄວາມທຸກໂສກ ຢູ່ຕາມຈຸດພັກເຊົາ ແລະ ຈຸດຊ່ວຍເຫລືອຊົ່ວຄາວຕ່າງໆ ພ້ອມເຄຶ່ອງອຸປະໂພກທີ່ຈຳເປັນຈຳນວນໜື່ງ, ຢູນີເທວ ພ້ອມຈະຢູ່ຄຽງຂ້າງ ແລະ ເອົາໃຈໃສ່ ຮັບປະກັນດ້ານເຄືອຂ່າຍເຕັກນິກ
ເພຶ່ອບໍ່ໃຫ້ພໍ່ແມ່ປະຊາຊົນຂາດການຕິດຕໍ່ສຶ່ສານກັບຄອບຄົວ ແລະ ອົງກອນຊ່ວຍເຫຼືອຕ່າງໆ, ຢູນີເທວ ຂໍເປັນກຳລັງໃຈໃຫ້ພໍ່ແມ່ປະຊາຊົນຜ່ານພົ້ນວິກິດນີ້ໂດຍໄວ ແລະ ປອດໄພທຸກຄົນ, ຈາກໃຈ ຢູນິເທວ!