ໃນວັນທີ 6 ກັນຍາ 2019 ນີ້, ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດີດການສັງຄົມ (ຮສສ) ໄດ້ລົງພຶ້ນທີ່ຖຶກຜົນກະທົບໄພພິບັດນຳ້ຖ້ວມ ຢູ່ບັນດແຂວງພາກໃຕ້

ຢ້ຽມຢາມພ່ໍແມ່ປະຊາຊົນ ທີ່ເຂົ້າໂຮງໝໍ , ກວດກາສາງເຄຶ່ອງຊວ່ຍເຫຼຶອ ຂອງແຂວງ ເພຶ່ອແຈກຍາຍເຄື່ອງອຸປະໂພກ-ບໍລິໂພກ ເພື່ອເປັນການຊ່ວຍເຫລືອບັນເທົາທຸກໃຫ້ປະຊາຊົນຜູ້ປະສົບໄພພິບັດ ຢຸ່ ບັນດາູ່ເມືອງ, ບ້ານ ໃນເບື້ອງຕົ້ນ, ພ້ອມທັງຢື້ຢາມຖາມຂ່າວພໍ່ແມ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຢູ່ສູນພັກສຸກເສີນຈຸດຫ້ອງການເມືອງຄົງເຊໂດນ ແລະ ໃຫ້ກຳລັງໃຈ ໂດຍແນໃສ່ເຮັດໃຫ້ຜູ້ປະສົບໄພພິບັດມີຂວັນ, ມີກຳລັງໃຈ ແລະ ມີແຮງຕໍ່ສູ້ ເພື່ອພ້ອມກັນຜ່ານຜ່າວິກິດການອັດໂຫດຮ້າຍນີ້ໄປໄດ້ດ້ວຍດີ.

 

Leave a Reply

Your email address will not be published. Required fields are marked *