ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ພ້ອມ​ຄະ­ນະ ລົງ​ເຄື່ອນ​ໄຫວ​ຊຸກ­ຍູ້​ການ​ຜະ­ລິດ​ກະ­ສິ­ກຳ​ຢູ່​ເມືອງ​ໄຊ​ທາ­ນີ ນວ ວັນ​ທີ 4 ກັນ­ຍາ 2019 ໂດຍ​ໄດ້​ຮັບ​ການ​ຕ້ອນ­ຮັບ​ຈາກ​ທ່ານ ຄຳ​ປະ­ດິດ ເຂັມ​ມາ­ນິດ ເຈົ້າ­ເມືອງ​ໄຊ​ທາ­ນີ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ.

 

ການ­ເຄື່ອນ­ໄຫວ​ຄັ້ງ​ນີ້ ໄດ້​ໄປ​ຢ້ຽມ­ຢາມ ແລະ ລົງ​ຊຸກ­ຍູ້​ກຸ່ມ​ຜັກ​ອິນ​ຊີ​ບ້ານ​ທົ່ງ​ມັ່ງ ເຊິ່ງ​ທ່ານ​ນາງ ລາ​ວອນ ພິ­ລາ​ໄຊ​ພິ​ທັກ ຮອງ​ຫົວ­ໜ້າ​ກຸ່ມ​ຜັກ​ອິນ​ຊີ​ບ້ານ​ທົ່ງ​ມັ່ງ ລາຍ​ງານ​ວ່າ: ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ແລະ ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້ ເມືອງ​ໄຊ​ທາ­ນີ ໄດ້​ຊ່ວຍ­ເຫຼືອ​ຜ້າ​ຢາງ ແລະ ເຝິກ­ອົບ­ຮົມ​ການ​ເຮັດ​ນ້ຳ​ໝັກ​ບຳ­ລຸງ​ພືດ ແລະ ນ້ຳ​ໝັກ​ຂ້າ​ແມງ­ໄມ້ ພ້ອມ​ທັງ​ໄດ້​ສ້າງ​ເປັນ​ກຸ່ມ​ແຕ່​ປີ 2015 ເປັນ­ຕົ້ນ​ມາ ເບື້ອງ​ຕົ້ນ​ມີ​ສະ­ມາ­ຊິກ 12 ຄອບ­ຄົວ ເນື້ອ­ທີ່ 2 ເຮັກ­ຕາ ຮອດ​ປີ 2016 ສະ­ມາ­ຊິກ​ໄດ້​ເພີ່ມ​ຂຶ້ນ ມີ​ເຮືອນ​ຮົ່ມ​ປູກ​ຜັກ 40 ກວ່າ​ຫຼັງ ປັດ­ຈຸ­ບັນ ມີ​ເຮືອນ​ຮົ່ມ 67 ຫຼັງ ໃນ​ນີ້ 7 ຫຼັງ ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ຈາກ​ສູນ​ພັດ­ທະ­ນາ​ບ້ານ​ແບບ​ໃໝ່ ນະ­ຄອນ​ເຊ​ຈົງ ສ ເກົາ­ຫຼີ ເນື້ອ­ທີ່ 31,5 ເຮັກ­ຕາ ສະ­ມາ­ຊິກ 54 ຄອບ­ຄົວ ໃນ​ນີ້ 4 ຄອບ­ຄົວ​ປູກ​ເຫັດ ນອກ​ນັ້ນ ໄດ້​ປູກ​ຜັກ​ກາດ ຜັກ­ຫອມ ໜໍ່­ໄມ້ ໄມ້​ໃຫ້ ໝາກ ແລະ ພືດ​ໃຫ້​ຫົວ ຫຼາຍ​ກວ່າ 40 ຊະ­ນິດ ສ່ວນ​ຕະ­ຫຼາດ​ຈຳ­ໜ່າຍ​ແມ່ນ​ກົມ​ສົ່ງ­ເສີມ​ກະ­ສິ­ກຳ ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ແລະ ຫ້ອງ­ການ​ກະ­ສິ­ກຳ ແລະ ປ່າ­ໄມ້ ເມືອງ​ໄຊ​ທາ­ນີ​ຊອກ​ໃຫ້ ເປັນ­ຕົ້ນ ຢູ່​ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ນວ ເຊິ່ງ​ຈະ​ຂາຍ​ໝົດ​ມື້​ຂອງ​ວັນ​ພຸດ ສຸກ ແລະ ອາ­ທິດ ພ້ອມ​ນີ້ ຍັງ​ມີ​ແມ່​ຄ້າ​ມາ​ຊື້​ກັບ​ທີ່​ເພື່ອ​ໄປ​ຂາຍ​ຢູ່​ຕະ­ຫຼາດ​ບ້ານ​ໃກ້​ຄຽງ ສະ­ເລ່ຍ​ແຕ່​ລະ​ຄອບ­ຄົວ​ມີ​ລາຍ​ຮັບ​ບໍ່​ຕ່ຳ​ກວ່າ 6 ລ້ານ​ກີບ​ຕໍ່​ເດືອນ ສຳ­ລັບ​ຂໍ້​ສະ­ເໜີ​ແມ່ນ​ຢາກ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ​ເອົາ­ໃຈ­ໃສ່​ຕື່ມ ໃນ​ການ​ຕິດ­ຕາມ​ກວດ­ກາ​ຢ່າງ​ເຂັ້ມ​ງວດ ກ່ຽວ​ກັບ​ມາດ­ຕະ­ຖານ​ຜັກ​ກະ­ສິ­ກຳ​ອິນ​ຊີ ເພາະ​ປັດ­ຈຸ­ບັນ​ຍັງ​ຢູ່​ແບບ​ກະ​ແຈກ​ກະ­ຈາຍ ສະ­ເໜີ​ໃຫ້​ເປີດ​ໂອ­ກາດ​ໃຫ້​ຊາວ​ກະ­ສິ­ກອນ​ໄດ້​ເຂົ້າ​ເຖິງ​ແຫຼ່ງ​ທຶນ​ບໍ່​ມີ​ດອກ​ເບ້ຍ ຫຼື ດອກ​ເບ້ຍ​ຕ່ຳ ເພື່ອ​ກູ້​ຢືມ​ມາ​ຊື້​ຜ້າ​ຢາງ ເຮັດ​ເຮືອນ​ຮົ່ມ.

ຈາກ​ນັ້ນ ຄະ­ນະ ກໍ​ໄດ້​ໄປ​ຢ້ຽມ­ຢາມ ບໍ­ລິ­ສັດ ມິດ­ຕະ­ພາບ​ກະ­ສິ­ກຳ ຈຳ­ກັດ ໂດຍ​ໄດ້​ຮັບ​ການ​ຕ້ອນ­ຮັບ​ຈາກ​ທ່ານ ວິ­ລະ​ພັນ ພາ­ນຸ​ລາດ ປະ­ທານ​ບໍ­ລິ­ສັດ​ດັ່ງ­ກ່າວ ເຊິ່ງ​ທ່ານ ບຸນ​ໄຊ ປັນ­ຍາ​ລິດ​ໄຊ ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ​ດັ່ງ­ກ່າວ ໄດ້​ລາຍ​ງານ​ວ່າ: ບໍ­ລິ­ສັດ ມິດ­ຕະ­ພາບ ກະ­ສິ­ກຳ ຈຳ­ກັດ ສ້າງ­ຕັ້ງ​ປີ 2017 ຢູ່​ບ້ານ​ສາມ​ສະ­ອາດ ເພື່ອ​ເປັນ​ສ່ວນ​ໜຶ່ງ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ຂອງ​ປະ­ເທດ ເຮັດ​ໃຫ້​ປະ­ຊາ­ຊົນ​ມີ​ວຽກ​ເຮັດ​ງານ​ທຳ ມີ​ລາຍ​ໄດ້ ເປັນ​ການ​ປຸງ​ແຕ່ງ​ກະ­ສິ­ກຳ​ເປັນ​ສິນ­ຄ້າ​ຈຳ­ໜ່າຍ​ພາຍ​ໃນ ແລະ ສົ່ງ​ອອກ​ຕ່າງ­ປະ­ເທດ ວັດ­ຖຸ​ດິບ​ທີ່​ນຳ​ມາ​ປຸງ​ແຕ່ງ​ແມ່ນ​ມາ​ຈາກ​ທຳ​ມະ​ຊາດ ແລະ ກະ­ສິ­ກຳ​ຂອງ​ປະ­ຊາ­ຊົນ 100% ປັດ­ຈຸ­ບັນ​ຜະ­ລິດ​ຕະ​ພັນ​ທີ່​ຂາຍ ແລະ ສົ່ງ​ອອກ ປະ­ກອບ​ມີ: ເຄື່ອງ​ດື່ມ​ເພື່ອ​ສຸ­ຂະ­ພາບ ຫວ້ານ​ຫາງ​ແຂ້ ນ້ຳ​ນົມ​ສາ­ລີ​ຫວານ ໝາກ​ຕາວ​ບັນ­ຈຸ​ປິດ ບັນ­ຈຸ​ຕຸກ ບັນ­ຈຸ​ຖົງ​ອົບ​ແຫ້ງ ຜັກ­ທຽມ​ບັນ­ຈຸ​ຈອກ ຖັງ ຖົງ ແລະ ບັນ­ຈຸ​ຕຸກ ຈາກ​ນັ້ນ ຄະ­ນະ​ກໍ​ໄດ້​ໄປ​ເບິ່ງ​ເຮືອນ​ປະ­ຊາ­ຊົນ ບ້ານ​ທ່າ​ສະ­ຫວ່າງ 3 ຫຼັງ​ທີ່​ເປ່​ເພ ເຊິ່ງ​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ຝົນ­ຕົກ​ແຮງ ວັນ​ທີ 26 ສິງ­ຫາ ທີ່​ຜ່ານ​ມາ.

 

ທ່ານ​ເຈົ້າ​ຄອງ ນວ ໄດ້​ສະ­ແດງ​ຄວາມ​ຊົມ­ເຊີຍ​ໝາກ­ຜົນ​ທີ່​ກຸ່ມ​ຜັກ​ອິນ​ຊີ ບ້ານ​ທົ່ງ​ມັ່ງ ຍາດ​ມາ​ໄດ້ ພ້ອມ​ທັງ​ໄດ້​ເນັ້ນ​ໃຫ້​ກຸ່ມ​ດັ່ງ­ກ່າວ​ສືບ­ຕໍ່​ພັດ­ທະ­ນາ ແລະ ຂະ­ຫຍາຍ​ເນື້ອ­ທີ່​ປູກ​ຜັກ​ໃຫ້​ກວ້າງ​ຕື່ມ​ອີກ ແລະ ມອບ​ໃຫ້​ເມືອງ ກໍ​ຄື ພາກ­ສ່ວນ​ກ່ຽວ­ຂ້ອງ​ຊອກ​ຫາ​ແຫຼ່ງ​ທຶນ​ຊື້​ຜ້າ​ຢາງ​ເຮັດ​ເຮືອນ​ຮົ່ມ​ຊ່ວຍ ສຳ­ລັບ​ບໍ­ລິ­ສັດ​ມິດ­ຕະ­ພາບ​ກະ­ສິ­ກຳ ຈຳ­ກັດ ແມ່ນ​ໃຫ້​ສືບ­ຕໍ່​ປຸງ​ແຕ່ງ​ກະ­ສິ­ກຳ​ໃຫ້​ຖືກ­ຕ້ອງ ສອດ­ຄ່ອງ ແລະ ໄປ​ຕາມ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ-ລັດ​ວາງ​ອອກ ສ່ວນ​ເຮືອນ​ປະ­ຊາ­ຊົນ​ເປ່​ເພ່ 3 ຫຼັງ ຢູ່​ບ້ານ​ທ່າ​ສະ­ຫວ່າງ ແມ່ນ​ມອບ​ໃຫ້​ເມືອງ ສົມ­ທົບ​ກັບ​ຫ້ອງ­ການ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ​ເມືອງ ຊອກ​ຫາ​ວິ­ທີ​ຊ່ວຍ­ເຫຼືອ​ແກ້​ໄຂ.

ທີ່ມາ: ນສພ ວຽງຈັນໃຫມ່

Leave a Reply

Your email address will not be published. Required fields are marked *