7/9/19 ທາງທີມກູ້ໄພ ສະຫວັນນະເຂດ ຈະລົງໄປຊ່ວຍ ເຂດ ເມືອງຊົນບູລີ , ເມືອງຈຳພອນ ແຂວງສະຫວັນນະເຂດ

ທ່ານໃດຢາກຝາກເຄື່ອງບໍລິຈາກ ເຂົ້າສານອາຫານແຫ້ງແນວກີນແນວຢູ່ ໃຫ້ກັບພີ່ນອງທາງພຸ້ນ ສາມາດຝາກໄດ້ເດີ້ ທາງທີມກູ້ໄພ ຈະໄດ້ເອົາເຮືອລົງໄປປະສານກັບ ຄະນະຮັບຜິດຊອບໄພພິບັດນ້ຳຖ້ວມຂອງເມືອງ ຈຳພອນ ແລະ ເມືອງຊົນບູລີ ລົງໄປແຈກໃຫ້ພີ່ນ້ອງເຖິງມືຍ່າງແນ່ນອນ
—-

ຮ່ວມໃຈຊ່ວຍເຫຼືອບໍລິຈາກຊ່ວຍຫຼາຍພື້ນທີຖືກໄພນ້ຳຖວມພາກທາງພາກໃຕ້ ແລະ ພາຍໃນແຂວງ ສະຫວັນນະເຂດ ພ້ອມນ້ຳມັນລົດໃຫ້ອາສາພວກເຮົາ ອອກປະຕິບັດຫນ້າທີ
——————

ໜ່ວຍກູ້ໄພ ສະຫວັນນະເຂດ ພວກເຮົາຂໍເປັນສື່ກາງໃນການ ຊ່ວຍເຫຼືອສັງຄົມ ຈະໄດ້ຮັບເອົາເຄື່ອງ ບໍລິຈາກ ເຊັ່ນ :

– ເປັນເຄື່ອງອຸປະໂພກບໍລິໂພກ
– ເຂົ້າສານອາຫານແຫ້ງ
– ເຄື່ອງໃຊ້ພາຍໃນຊີວິດປະຈຳວັນ

– ຍາສາມັນປະຈຳບ້ານ
– ເຄື່ອງມືການກະເສດ ສວນຄົວ
– ນຳດື່ມສະອາດ

ປັດໃຈ ແລະ ສີ່ງຂອງຕ່າງໆ ໃນການຊຸກຍູ້ວຽກງານການຊ່ວຍເຫຼືອ

ສະນັ້ນ ຫ້ານຮ້ານບໍລິສັດ, ກຸ່ມຄົນ, ນິຕິບຸກຄົນ, ຖ້າຍາກປະກອບສ່ວນຄົນລະເລັກລະຫນ້ອຍ ແມ່ນສາມາດຕິຕໍ່ພົວພັນຫາທີມງານພວກເຮົາໄດ້ໂດຍຜ່ານການຮັບ ແລ້ວທາງທີມງານຈະໄດ້ໄປມອບສົ່ງຕໍ່ ໃຫ້ປະຊາຊົນ ທີ່ຖືກຜົນກະທົບເຖິງມື ແລະ ເປັນປະໂຫຍດແກ່ສັງຄົມຍ່າງແນ່ນອນ

ທ່ານສາມາມາດບໍລິຈາກ ຕິດຕໍ່ຂໍ້ມູນຄື
020 28285454
020 98985454
041 1629 ໜ່ວຍກູ້ໄພ ສະຫວັນນະເຂດ

ສ່ວນຂໍ້ມູນການເດີນທາງ ໄປແຕ່ລະເມືອງທີ່ຖືກຜົນກະທົບທາງໄພນ້ຳຖ້ວມ ທາງທີມງານຈະລົງລາຍລະອຽດໃຫ້ຕາມຫລັງ ພ້ອມກັບເຄື່ອງທີ່ເຫມາະສົມທີ່ຈະເດີນທາງ 😇😇😇

Leave a Reply

Your email address will not be published. Required fields are marked *