6 ກັນຍາ 2019 ເວລາ 13:13 ໂມງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ມອບເງິນສົດ 50 ລ້ານກີບ ແລະ ເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງ ເພື່ອເປັນການຊ່ວຍເຫລືອບັນເທົາທຸກໃຫ້ປະຊາຊົນຜູ້ປະສົບໄພພິບັດຢູ່ ເມືອງຄົງເຊໂດນ ແຂວງສາລະວັນ ໃນເບື້ອງຕົ້ນ,


ພ້ອມທັງຢື້ຢາມຖາມຂ່າວພໍ່ແມ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຢູ່ສູນພັກສຸກເສີນຈຸດຫ້ອງການເມືອງຄົງເຊໂດນ ແລະ ໃຫ້ກຳລັງໃຈ ໂດຍແນໃສ່ເຮັດໃຫ້ຜູ້ປະສົບໄພພິບັດມີຂວັນ, ມີກຳລັງໃຈ ແລະ ມີແຮງຕໍ່ສູ້ ເພື່ອພ້ອມກັນຜ່ານຜ່າວິກິດການອັດໂຫດຮ້າຍນີ້ໄປໄດ້ດ້ວຍດີ. ແລະ ໄດ້ໃຫ້ທິດຊີ້ນໍາແກ່ອໍານາດການປົກຄອງທ້ອງຖິ່ນ ເພື່ອເຮັດການເກັບກໍາຂໍ້ມູນ ແລະ ວາງແຜນໃຫ້ການຊ່ວຍເຫຼືອ ປະຊາຊົນ ທັງໄລຍະເລັ່ງດ່ວນ ແລະ ໄລຍະຍາວ.

.

Leave a Reply

Your email address will not be published. Required fields are marked *