ຊົມເຊີຍ 1623 ແຂວງຈໍາປາສັກ ກັບພາລະກິດກູ້ໄພນໍ້າຖ້ວມ

ວັນທີ6/9/2019 ທາງທີມງານໜ່ວຍກູ້ໄພ 1623 ແຂວງຈໍາປາສັກ ກໍໄດ້ສືບຕໍ່ເຂົ້າໄປຊ່ວຍເຫຼືອປະຊາຊົນທີ່ຍັງຕິດຢູ່ພາຍໃນບ້ານໃຫ້ອອກມາຢູ່ເຂດທີ່ປອດໄພ ພ້ອມດ້ວຍເອົາອາຫານແລະນໍ້າໄປມອບໃຫ້ຜູ້ທີ່ຍັງຢູ່ໃນບ້ານເຮືອນທີ່ຂາດແຄນອາຫານ

ມື້ອື່ນທາງທີມງານກໍຈະຍັງສືບຕໍ່ເພື່ອນຳປະຊາຊົນທີ່ຍັງຕິດພາຍໃນບ້ານຫລືຕ້ອງການຄວາມຊ່ວຍເຫລືອ ທາງ 1623 ອາດຈະຍັງຊ່ວຍໄດ້ບໍ່ທົ່ວເຖິງເນື່ອງຈາກວ່ານໍ້າຍັງໄຫລແຮງແລະທາງກໍຖືກຕັດຂາດເປັນບາງບ່ອນເຮັດໃຫ້ເຮົາເຂົ້າໄປບໍ່ຮອດບ້ານ

#ຖ້າຫາກປະຊາຊົນບ້ານໃດຍັງຕ້ອງຄວາມຊ່ວຍເຫລືອສາມາດໂທ 0304912875 ໄດ້ເລີຍ

.

.

.

.

Leave a Reply

Your email address will not be published. Required fields are marked *