ໃນວັນທີ 3-4 ກັນຍາ 2019 ນີ້ ໄດ້ເກີດນໍ້າຖ້ວມໃຫ່ຍຢູ່ 3 ເມືອງຂອງແຂວງສາລະວັນ, ໂດຍມີຈໍານວນຫຼາຍບ້ານໄດ້ຮັບຜົນກະທົບໜັກ.
ທ່ານ ພູທົງ ຄຳມະນີວົງ, ຮອງເຈົ້າແຂວງໆສາລະວັນ, ປະທານຄະນະກຳມະການຄູ້ມຄອງໄພພີບັດຂັ້ນແຂວງ ໄດ້ລາຍງາຍໃຫ້ຮູ້ວ່າ: ພາຍຫຼັທີ່ໄດ້ຮັບການແຈ້ງເຕືອນຈາກົມອຸຕຸນິຍົມອຸທຸກກະສາດ ເລີ່ມແຕ່ວັນທີ 1 ກັນຍາເປັນຕົ້ນມາ ໄດ້ເກີດມີພະຍຸພັດຜ່ານເຂົ້າແຂວງສາລະວັນ ຊຶ່ງໄດ້ເຮັດໃຫ້ມີຝົນຕົກເປັນບໍລີເວນກ້ວາງຕິດຕໍ່ກັນຫຼາຍວັນ ແລະ ເຮັດໃຫ້ນໍ້າຖ້ວມສູງໃນເຂດເທດສະບານແຂວງ ຄື: ເມືອງສາລະວັນ, ເມືອງຄົງເຊໂດນ, ແລະ ເມືອງວາປີ.
ຕໍ່ກັບສະພາບດັ່ງກ່າວ, ທາງຄະນະຄຸ້ມຄອງໄພພິບັດຂັ້ນແຂວງ ໄດ້ຮຽກປະຊຸມດ່ວນເພື່ອວາງແຜນຊ່ວຍເຫຼືອປະຊາຊົນ, ພ້ອມທັງ ກອບກູ້ເອົາສັດລ້ຽງ, ແລະ ວັດຖຸສີ່ງຂອງຕ່າງໆຢ່າງຮີບດ່ວນ, ຊຶ່ງລວມມີ 3 ຈຸດຄື: ຈຸດເມືອງສາລະວັນ, ຈຸດ ເມືອງວາປີ ແລະ ຈຸດເມືອງຄົງໂດນ, ໂດຍຈັດສົ່ງກໍາລັງ ປກສ, ປກຊ ຮ່ວມກັບ ທຸກກໍາລັງແຮງທົ່ວສັງຄົມ ເຂົ້າຊ່ວຍເຫຼືອປະຊາຊົນທີ່ຍັງຕິດຄ້າງຢູ່ພາຍໃນເຮືອນ ແລະ ພື້ນທີ່ຖືກນໍ້າຖ້ວມໃຫ້ຍ້າຍມາຢູ່ໃນເຂດພື້ນທີ່ທີ່ສູງ ແລະ ປອດໄພ.
ທ່ານຍັງໄດ້ກ່າວຕື່ມອີກວ່າ: ມາຮອດປັດຈຸບັນນີ້, ທາງແຂວງສາລະວັນໄດ້ນໍ້າໃຊ້ເຮືອທ້ອງແບນ, ເຮືອຊ່ວງ, ແລະ ເຮືອຫາປາ ເພື່ອຊ່ວຍເຫຼືອປະຊາຊົນໃນເຂດພື້ນທີ່ປະສົບໄພ; ສ່ວນເຮືອແມ່ນຍັງມີຈຳນວນບໍ່ທັນພຽງພໍກັບຄວາມຕ້ອງການ ເພາະເສັ້ນທາງຫຼາຍເສັ້ນຖືກຕັດຂາດ, ບໍ່ສາມາດນຳໃຊ້ຍານພາຫະນະອື່ນເຂົ້າໄປຊ່ວຍເຫຼືອ, ໃຊ້ໄດ້ພຽງແຕ່ເຮືອເທົ່ານັ້ນ ເພາະປະຈຸບັນນີ້, ນໍ້າໄດ້ຖ້ວມຂຶ້ນສູງເຖິງ 3 ແມັດ ທີ່ເຂດບ້ານວັດກາງ, ບ້ານນາເຫຼັກ, ບ້ານນາກົກໂພ, ບ້ານນາຍອງ ແລະ ບ້ານອື່ນໆ ໃນເຂດເທດສະບານທີ່ຢູ່ພື້ນທີ່ຕໍ່າ.
ສຳລັບຢູ່ເມືອງສາລະວັນ ແມ່ນມີຈໍານວນບ້ານທີ່ຖືກນໍ້າຖ້ວມຫຼາຍເຖິງ 75 ບ້ານ, ໂດຍໃນນີ້ 40 ບ້ານຖືກຕັດຂາດ, ເມືອງວາປີ 35 ບ້ານ, ໂດຍ 21ບ້ານ ຖືກຕັດຂາດ, ແລະ ເມືອງຄົງເຊໂດນ 75 ບ້ານ, ໂດຍ 40 ບ້ານຖືກຕັດຂາດ. ປະຈຸບັນນີ້, ແຂວງສາລະວັນ ຕ້ອງການຄວາມຊ່ວຍເຫຼືອຢ່າງຮີບດ່ວນຫຼາຍຢ່າງ ເຊັ່ນ: ເຮືອທອງແບນ, ນ້ຳດື່ມ, ເຂົ້າສານ-ອາຫານແຫ້ງ ແລະ ອື່ນໆ.
ຕໍ່ກັບສະພາບເຫດການນ້ຳຖ້ວມໃນຄັ້ງນີ້, ບັນດາຜູ້ປະສົບໄພ ໄດ້ໃຫ້ທັດສະນະວ່າ: ເຫດການນ້ຳຖ້ວມໃນຄັ້ງນີ້ ຖືວ່າເປັນຄັ້ງທີ່ຮຸນແຮງທີ່ສຸດໃນຮອບຫຼາຍປີ, ຊຶ່ງໄດ້ສ້າງຄວາມເສຍຫາຍທາງດ້ານວັດຖຸບໍ່ໜ້ອຍຕໍ່ປະຊາຊົນ.
ໂດຍ: ທິມຂ່າວວິທະຍຸກະຈາຍສຽງແຂວງສາລະວັນ