ຕາມການແຈ້ງເຕືອນໄພຂອງພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງເຊກອງ ເລກທີ 58/ພຊສ, ລົງວັນທີ 03/9/2019. ເນື່ອງຈາກວ່າ: ພະຍຸດີເປຼເຊິນ ໄດ້ເຄື່ອນຜ່ານເກາະໄຮນຳດ້ວຍຄວາມໄວ 20 ກິໂລແມັດຕໍ່ຊົ່ວໂມງ ແລະ ໄດ້ເພີ່ມກຳລັງແຮງຂຶ້ນກາຍເປັນພະຍຸໝູນເຂດຮ້ອນພ້ອມທັງເຄື່ອນທີ່ຂຶ້ນຝັ່ງເຂດແຂວງກວາງຈີ ປະເທດ ສສ ຫວຽດນາມ ແລ້ວຜ່ານເຂດແຂວງພາກກາງຂອງ ສປປລາວ,


ດັ່ງນັ້ນຈິ່ງເຮັດໃຫ້ຝົນຕົກໜັກເປັນບໍລິເວນກວ້າງ ເຊີ່ງປະລິມານນໍ້າຝົນທີ່ວັດແທກໄດ້ ໃນວັນທີ 04/9/2019 ຢູ່ຈຸດເຂື່ອນເຊເສັດ 1 ເທົ່າ 127 mm, ເຂື່ອນເຊເສັດ 2 ເທົ່າ 282 mm, ເຂື່ອນເຊເສັດ 3 ເທົ່າ 26 mm ແລະ ເຂື່ອນເຊລະບຳ ເທົ່າ 119 mm, ພ້ອມທັງມີລົມພັດແຮງຢູ່ບາງທ້ອງຖິ່ນຂອງແຂວງເຊກອງ ແລະ ແຂວງໃກ້ຄຽງໃນລະຫວ່າງວັນທີ 3-5/9/2019, ຈາກສະພາບດັ່ງກ່າວຈິ່ງໄດ້ເກີດສະພາບດີນເຈື່ອນ, ນໍ້າຖ້ວມຊູ, ຖ້ວມອັ່ງຢ່າງກະທັນຫັນຢູ່ຕາມລຳນໍ້າເຊກອງ ແລະ ສາຂາຂອງສາຍນໍ້າດັ່ງກ່າວ ຕາມທີ່ໄດ້ເກີດຂຶ້ນໃນວັນທີ 03/9/2019 ໃນບາງທ້ອງຖິ່ນຂອງແຂວງເຊກອງ, ສາລະວັນ ແລະ ຈຳປາສັກ.

ເຖີງຢ່າງໃດກໍ່ຕາມ, ລະດັບນໍ້າຍັງຄົງຢູ່ໃນລະດັບອັນຕະລາຍ ຂໍໃຫ້ທຸກທ່ານຕິດຕາມຂ່າວສານ, ມີສະຕິ ແລະ ເຄື່ອນຍ້າຍໄປຢູ່ໃນບ່ອນທີ່ປອດໄພຕະຫຼອດໄລຍະແຈ້ງເຕືອນ.

ຕາມສະພາບການດັ່ງກ່າວ, ໄດ້ເຮັດໃຫ້ມີບາງກຸ່ມຄົນທີ່ໄດ້ຂຽນຂ່າວຂອງສື່ອອນລາຍນ໌ບາງຈໍານວນ ໂດຍສະເໜີຂ່າວທີ່ໃຫ້ຂໍ້ມູນທີ່ບໍ່ແມ່ນຄວາມຈິງ: ເຫດການນໍ້າທີ່ໄດ້ໄຫຼມາເປັນຈໍານວນຫຼາຍ ເປັນເຫດໃຫ້ເກີດນໍ້າຖ້ວມນັ້ນ ແມ່ນເກີດຈາກການປ່ອຍນໍ້າອອກຈາກເຂື່ອນໄຟຟ້າ ເຊເສັດ 1-2, ເຊເສັດ 3 ແລະ ເຂື່ອນໄຟຟ້າແຊລະບໍາ ເຊິ່ງນັ້ນເປັນຂໍ້ມູນທີ່ຜິດ.


ຂ່າວດັ່ງກ່າວໄດ້ເຮັດໃຫ້ປະຊາຊົນຈໍານວນຫຼາຍເຂົ້າໃຈໄປໃນທາງທີ່ບໍ່ຖືກຕ້ອງ ແລະ ເປັນການສ້າງຄວາມເຊື່ອມເສຍໃຫ້ແກ່ເຂື່ອນດັ່ງກ່າວ. ແຕ່ໃນຄວາມເປັນຈິງແລ້ວເຂື່ອນໄຟຟ້າ ທັງ 3 ເຂື່ອນນັ້ນ ເປັນເຂື່ອນຝາຍນໍ້າລົ້ນ ຫຼື Run Off River ເຊິ່ງໂຄງສ້າງຂອງເຂື່ອນໄດ້ຖືກອອກແບບມາໃຫ້ຄ້າຍຄືຝາຍກັັ້ນນໍ້າຕາມສາຍນໍ້າຕ່າງໆເພື່ອເພີ່ມລະດັບນໍ້າຂຶ້ນໃນລະດັບໃດໜຶ່ງ ແຕ່ບໍ່ໄດ້ມີການເກັບກັກນໍ້າແບບອ່າງເກັບນໍ້າ.

ເມື່ອເວລາມີນໍ້າໄຫຼຜ່ານ ນໍ້າດັ່ງກ່າວກໍ່ໄຫຼເປັນປົກກະຕິຕາມຮູບແບບການໄຫຼຂອງທຳມະຊາດ, ຖ້າມີປະລິມານນໍ້າມາຫຼາຍ ກໍ່ຈະໄຫຼຜ່ານຝາຍຕາມປະລິມານນໍ້າແບບປົກກະຕິລົງຕາມຫ້ວຍ ຫຼື ສາຍນໍ້າເດີມ, ດັ່ງນັ້ນ ເຂື່ອນດັ່ງກ່າວບໍ່ໄດ້ມີການກັກເກັບນໍ້າ ແລະ ລະບາຍນໍ້າຕາມທີ່ເປັນຂ່າວທີ່ມີການນໍາສະເໜີຜ່ານບາງສື່.

ເພາະສະນັ້ນ, ຈິ່ງຮຽກຮ້ອງໃຫ້ ພໍ່ແມ່ປະຊາຊົນລາວທຸກຄົນ ໃຫ້ເສບຂ່າວຢ່າງມີສະຕິ ແລະ ຕິດຕາມການລາຍງານຂ່າວ-ແຈ້ງການຈາກທາງອຳນາດການປົກຄອງທຸກຂັ້ນເພື່ອຄວາມປອດໄພຂອງຕົວທ່ານເອງ. ຂໍໃຫ້ທ່ານລະມັດລະວັງໃນການຕົກເປັນເຄື່ອງມືຂອງຜູ້ບໍ່ຫວັງດີໃນການໃຫ້ຂ່າວທີ່ຜິດພາດເພື່ອຈຸດປະສົງທີ່ເຂົາຈະໄດ້ ຍອດ Like & Share ເທົ່ານັ້ນ.

ໃນນາມເປັນບໍລິສັດມະຫາຊົນ ແລະ ພາຍໃຕ້ການຊິ້ນຳ ນຳພາຂອງ ພັກ ແລະ ລັດຖະບານ ກໍ່ຄືກະຊວງພະລັງງານ ແລະ ບໍ່ແຮ່ ຂໍສະແດງຄວາມເສຍໃຈກັບເຫດການໄພທຳມະຊາດໃນຄັ້ງນີ້ ແລະ ຂໍແບ່ງເບົາເອົາຄວາມທຸກໂສກຂອງພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດຄັ້ງນີ້ມານະທີ່ນີ້ດ້ວຍ ແລະ ຂໍໃຫ້ເຫດການຮ້າຍໆນີ້ ຜ່ານໄປໃນເວລາອັນໃກ້ນີ້ດ້ວຍ.

ໂດຍ: EDL-GEN

Leave a Reply

Your email address will not be published. Required fields are marked *