ຕາມການລາຍງານຈາກ ຫ້ອງການກະສິກໍາ-ປ່າໄມ້ເມືອງໄຊພູທອງ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ ຈາກສະພາບຜົນຕົກລິນ ຢ່າງຕໍ່ເນື່ອງກັນຫລາຍວັນ ໃນລະຫວ່າງວັນທີ 30 ສິງຫາ ເຖິງວັນທີ 2 ກັນຍາ 2019 ເຮັດໃຫ້ມີນໍ້າຖ້ວມຂັງຫລາຍພື້ນທີ່ເຂດເມືອງໄຊພູທອງ, ເຊິ່ງມີ 8 ບ້ານ, 300 ກວ່າຄອບຄົວ ໄດ້ຮັບຜົນກະທົບ ໂດຍສະເພາະ ເຂດບ້ານ ພູມມະເຈດີ ຫາ ບ້ານໂພນທາດ ເກີດນໍ້າຖ້ວມໜັກ ເຮັດໃຫ້ຂົວເຂດບ້ານ ພູມມະເຈດີ ຫາ ບ້ານໂພນທາດຫັກ ແລະ ເຂດບ້ານແດງ ຫາ ບ້ານນາຄໍາ ເສັ້ນ ທາງຖືກນໍ້າເຊາະເຈື່ອນ ເຮັດໃຫ້ເສັ້ນທາງເປ່ເພໜັກສົມຄວນ.
ສຳລັບຈຳນວນ 8 ບ້ານທີ່ໄດ້ຮັບຜົນກະທົບປະກອບມີ: ບ້ານນາຄໍາ 25 ຄອບຄົວ ມີເນື້ອທີ່ເສຍຫາຍ 33,6 ເຮັກຕາ, ບ້ານພູມມະເຈດີ 10 ຄອບຄົວ ເນື້ອທີ່ 11,5 ເຮັກຕາ, ບ້ານຕາກແດດ 54 ຄອບຄົວ ເນື້ອທີ່ 127,6 ເຮັກຕາ, ບ້ານໂພນທາດ 32 ຄອບຄົວ ເນື້ອທີ່ 33,2 ເຮັກຕາ, ບ້ານໂພນສົ້ມໂຮງ 89 ຄອບຄົວ ເນື້ອທີ່ 195,7 ເຮັກຕາ, ບ້ານ ນາໝາກເກືອ 68 ຄອບຄົວ ເນື້ອທີ່ 88,6 ເຮັກຕາ, ບ້ານມ່ວງໄຂ່ 3 ຄອບຄົວ 3 ເຮັກຕາ ແລະ ບ້ານດອນຕູມ 20 ຄອບຄົວ ເນື້ອທີ່ 18 ເຮັກຕາ. ລວມເນື້ອທີ່ເສຍຫາຍທັງໝົດ 511,2 ເຮັກຕາ, ປັດຈຸບັນຍັງບໍສາມາດປະເມີນມູນຄ່າເສຍຫາຍໄດ້.
ຕໍ່ສະພາບການດັ່ງກ່າວ, ອໍານາດການປົກຄອງເມືອງໄຊພູທອງ ນໍາໂດຍ ທ່ານ ຄໍາວິໃສ ຜຸຍະວົງ ເຈົ້າເມືອງໄຊພູທອງ, ພ້ອມຄະນະພັກ-ຄະນະນໍາຂອງເມືອງທຸກພາກສ່ວນ ໄດ້ສົມທົບກັບ ປກຊ-ປກສ ເມືອງ ແລະ ກຸ່ມບ້ານ ສ້າງຂະບວນການອອກແຮງງານລວມ ໂດຍຂົນເອົາຊາຍມາກັ້ນໃສ່ບ່ອນທີ່ຖືກນໍ້າເຊາະເຈື່ອນ ເພື່ອເຮັດການສັນຈອນໄປມາພໍ່ແມ່ປະຊາຊົນ ໄດ້ມີຄວາມສະດວກ ແລະ ນັກທ່ອງທ່ຽວ ທີ່ເດີນທາງມາສັກກາລະບູຊາທີ່ວັດພະທາດໂຜ່ນ ໄດ້ສັນຈອນໄປມາໄດ້ເປັນປົກກະຕິ.