ມາຮອດວັນທີ 4 ກັນຍາ 2019, ສະຖານະການນຳ້ຖ້ວມຢູ່ 4 ແຂວງພາກໃຕ້ ຍັງຢູ່ໃນຂັ້ນອັນຕະລາຍ ເນື່ອງຈາກວ່າທາງການມີການປ່ອຍນຳ້ຈາກເຂື່ອນໄຟຟ້າຢ່າງຕໍ່ເນື່ອງ ເຮັດໃຫ້ລະດັບນຳ້ເພີ່ມສູງຂຶ້ນ.
ສະນັ້ນ, ພໍ່-ແມ່ຊະຊາຊົນ ຈົ່ງມີສະຕິລະມັດລະວັງໃນການໄປ-ມາ ເພາະວ່າເສັ້ນທາງຫຼາຍເສັ້ນຖືກດິນເຈື່ອນທັບຖົມ ແລະ ນ້ຳຖ້ວມເສັ້ນທາງຂາດ.ປັດຈຸບັນນີ້, ມີເຈົ້າໜ້າທີ່ຫຼາຍພາກສ່ວນ ໄດ້ເຂົ້າຕິດຕາມ ແລະ ໃຫ້ຄວາມຊ່ວຍເຫຼືອຢ່າງໃກ້ຊິດຕໍ່ພໍ່-ແມ່ປະຊາຊົນ.
ລາຍລະອຽດເພີ່ມເຕີມ ທີມງານສື່ ຈະລາຍງານເປັນໄລຍະໃຫ້ທ່ານຊາບ