ໃນອາທິດຜ່ານມານີ້, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍພະແນກການທີ່ກ່ຽວ ຂ້ອງຈຳນວນໜຶ່ງຂອງແຂວງ ໄດ້ລົງຕິດຕາມກວດກາເບິ່ງໂຄງ ການຟື້ນຟູເສັ້ນທາງປູຢາງ 2 ຊັ້ນ ນັບແຕ່ບ້ານແກ້ງກອກຫາບ້ານ ດອນແດງ ເມືອງຈຳພອນ ແລະ ໂຄງການຟື້ນຟູເສັ້ນທາງປູຢາງ 2 ຊັ້ນ ແຕ່ບ້ານດອນແດງ ເມືອງ ຈຳພອນ ຫາບ້ານບຶງຊ້າງ ເມືອງ ຊົນນະບູລີ.
ທ່ານ ສຸວັນ ແສງຈຳພອນ ຮອງຫົວໜ້າຂະແໜງຂົວ-ທາງ, ພະແນກໂຍທາທິການ ແລະຂົນ ສົ່ງແຂວງສະຫວັນນະເຂດໄດ້ ລາຍງານຕໍ່ນັກຂ່າວພວກ ເຮົາວ່າ: ໂຄງການຟື້ນຟູເສັ້ນທາງປູຢາງ 2 ຊັ້ນ ແຕ່ບ້ານແກ້ງກອກ-ບ້ານ ດອນແດງ ເມືອງຈຳພອນ, ມີ ຄວາມຍາວ13 ກິໂລແມັດ, ໜ້າ ທາງກວ້າງ 6 ແມັດ ຊຶ່ງເສັ້ນ ທາງ ດັ່ງກ່າວແມ່ນຕັ້ງຢູ່ເລາະລຽບແຄມ ເຊຈຳພອນເລີ່ມຈາກເທສະບານເມືອງຈຳພອນ ບ້ານແກ້ງກອກ ກິໂລແມັດ 19+000 (ສົ້ນຂົວເຊ ຈຳພອນ) ມີທິດທາງໄປເບື້ອງຕາ ເວັນອອກຜ່ານບ້ານຕາແຫຼວ, ບ້ານໂພນຄໍ້, ບ້ານດອນແດງ (ແຫຼ່ງທ່ອງທ່ຽວໜອງປາຝາ) ແລ້ວໄປຕິດຈອດກັບຊາຍແດນ ເມືອງຊົນນະບູລີທີ່ບ້ານໂນນ ຈຳປາ ກິໂລແມັດທີ 32+000 ໂດຍແມ່ນບໍລິສັດອຸດົມຊັບກໍ່ສ້າງຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ,
ໃນມູນຄ່າການກໍ່ສ້າງທັງໝົດ 19,97 ຕື້ກວ່າກີບ ເຊິ່ງຖ້າຫາກ ເສັ້ນທາງດັ່ງກ່າວນີ້ ສຳເລັດກໍ່ຈະເຮັດໃຫ້ການສັນຈອນໄປມາມີ ຄວາມສະດວກວ່ອງໄວ ທັງເປັນ ການຊຸກຍູ້ສົ່ງເສີມການພັດທະນາເສດຖະກິດລະຫວ່າງເມືອງຈຳພອນ ແລະເມືອງຊົນນະບູລີ ນອກຈາກນີ້, ເສັ້ນທາງດັ່ງກ່າວ ຍັງເປັນເສັ້ນທາງເຊື່ອມຕໍ່ເຖິງ ແຫຼ່ງອະນຸລັກສັດປ່າຫາຍາກຄື: ໂອງ-ມັ່ງອີກດ້ວຍ; ສ່ວນໂຄງ ການຟື້ນຟູເສັ້ນທາງປູຢາງສອງ ຊັ້ນ ແຕ່ບ້ານດອນແດງ ເມືອງຈຳ ພອນຫາບ້ານບຶງຊ້າງເມືອງຊົນ ນະບູລີ ທີ່ມີລວງຍາວ 11 ກິໂລ ແມັດ, ກວ້າງ 6 ແມັດ, ມີມູນຄ່າ ການກໍ່ສ້າງທັງໝົດ 19,90 ຕື້ກີບ ໂດຍແມ່ນບໍລິສັດນວນຕາກໍ່ສ້າງ ແລະສ້ອມແປງຂົວ-ທາງຈຳກັດ ເປັນຜູ້ຮັບເໝົາການກໍ່ສ້າງ, ເຊິ່ງທັງສອງໂຄງການນີ້້ແມ່ນ ເປັນງົບປະມານຂອງແຂວງ ມາໃນປະຈຸບັນ ໂຄງການຟື້ນຟູ ເສັ້ນທາງ 2 ເສັ້ນດັ່ງກ່າວ ແມ່ນ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດໃນ ບາງໜ້າວຽກແລ້ວຄາດວ່າການກໍ່ ສ້າງຈະໃຫ້ສຳເລັດ ໃນປີ 2021.
ຫຼັງຈາກນັ້ນ, ທ່ານຮອງເຈົ້າ ແຂວງສະຫວັນນະເຂດກໍ່ໄດ້ ເດີນທາງໄປຢ້ຽມຢາມ ແລະລົງ ເບິ່ງໂອງ-ມັ່ງໃນເຂດປ່າໂຄກ ອະນຸລັກໂອງ-ມັ່ງ ເມືອງຊົນນະ ບູລີນຳອີກ.
ທີ່ມາ: ສະຫວັນພັດທະນາ ຂ່າວ / Savanhphathana News