ຈາກ​ສະ­ພາບ​ຝົນ­ຕົກ​ຕິດ­ຕໍ່​ກັນ​ຫຼາຍ​ວັນ ນັບ​ແຕ່​ອາ­ທິດ​ຜ່ານ​ມາ​ຫາ​ອາ­ທິດ​ນີ້ ໄດ້​ເຮັດ​ໃຫ້​ພື້ນ​ທີ່​ຕ່ຳ​ຫຼາຍ​ແຫ່ງ​ທົ່ວ​ປະ ເທດ​ຖືກ​ນ້ຳ​ຖ້ວມ​ຂັງ ໃນ​ນັ້ນ ກໍ​ມີ​ເນື້ອ­ທີ່​ການ​ຜະ­ລິດ ເຮືອນ​ຊານ​ທີ່­ຢູ່​ອາ­ໄສ​ຂອງ​ປະ­ຊາ­ຊົນ ຖະ­ໜົນ​ຫົນ­ທາງ ແລະ​ອື່ນໆ ສະ­ເພາະ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ກໍ​ມີ​ຫຼາຍ​ຈຸດ​ຖືກ​ຖ້ວມ​ຂັງ ໃນ​ນັ້ນ ກໍ​ມີ​ລະ­ບົບ​ຫົວ​ງານ​ຊົນ­ລະ­ປະ­ທານ​ປະ­ຕູ​ລະ­ບາຍ​ນ້ຳ​ຖືກ​ດິນ​ເຊາະ​ເຈື່ອນ​ເສຍ​ຫາຍ ແລະ ເນື້ອ­ທີ່​ທຳ​ການ​ຜະ­ລິດ​ທົ່ງ​ຮາບ​ກໍ​ຖືກ​ນ້ຳ​ຖ້ວມ​ຂັງ ປັດ­ຈຸ­ບັນ ກຳ­ລັງ​ແກ້​ໄຂ​ຈຸດ​ປະ­ຕູ​ລະ­ບາຍ​ນ້ຳ​ເພື່ອ​ລະ­ບາຍ​ນ້ຳ​ອອກ​ໄປ​ສູ່​ນ້ຳ​ງື່ມ.

 

ທ່ານ ສາຍ​ຄຳ ແພງ​ຄຳ​ມີ ຫົວ­ໜ້າ​ຂະ­ແໜງ​ຊົນ­ລະ­ປະ­ທານ ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ໃຫ້​ສຳ­ພາດ​ວັນ​ທີ 29 ສິງ­ຫາ 2019 ວ່າ: ຜ່ານ​ການ​ຕິດ­ຕາມ​ສະ­ພາບ​ອາ­ກາດ​ທີ່​ກົມ​ອຸ­ຕຸ­ນິ­ຍົມ ແລະ ອຸ​ທົກ​ກະ​ສາດ​ທີ່​ໄດ້​ແຈ້ງ​ມາ​ນັບ​ແຕ່​ວັນ​ທີ 19 ສິງ­ຫາ 2019 ມີ​ພາ­ຍຸ​ພັດ​ເຂົ້າ​ຫຼາຍ​ຫົວ ເຮັດ​ໃຫ້​ບາງ​ພື້ນ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ ຍ້ອນ​ສະ­ພາບ​ປະ­ລິ­ມານ​ນ້ຳ​ໃນ​ວັນ​ທີ 22-23 ສິງ­ຫາ 2019 ສູງ​ຂຶ້ນ ມີ​ສະ­ພາບ​ນ້ຳ​ຫຼາຍ​ໄຫຼ​ເຂົ້າ​ບຶງ​ທາດ­ຫຼວງ ແລະ ມີ​ນ້ຳ​ຖ້ວມ​ຖະ­ໜົນ​ຫົນ­ທາງ ຕໍ່​ບັນ ຫາ​ນີ້​ຂະ­ແໜງ​ຊົນ­ລະ­ປະ­ທານ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ ນວ ໂດຍ​ສະ­ເພາະ ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ຢ່າງ​ໃກ້ ຊິດ ຂະ­ແໜງ​ຊົນ­ລະ­ປະ­ທານ​ໄດ້​ແຕ່ງ­ຕັ້ງ​ຄະ­ນະ​ກຳ­ມະ­ການ​ຮັບ­ຜິດ­ຊອບ ໂດຍ​ສະ­ເພາະ ແຕ່ງ­ຕັ້ງ​ເປັນ​ກອງ​ເລ­ຂາ​ປະ­ຈຳ​ຫ້ອງ­ການ​ຕະ­ຫຼອດ 24 ຊົ່ວ­ໂມງ ນອກ​ນັ້ນ ຍັງ​ໄດ້​ແຕ່ງ​ຄະ­ນະ 4 ທ່ານ ຊີ້​ນຳ​ບັນ­ດາ​ເມືອງ ໂດຍ​ສະ­ເພາະ ເມືອງ​ໄຊ​ທາ­ນີ ໄຊ​ເສດ​ຖາ ຈັນ­ທະ​ບູ​ລີ ປາກ​ງື່ມ ແລະ ນາ​ຊາຍ​ທອງ ໃນ​ນັ້ນ ມີ​ໜ່ວຍ​ງານ​ຊົນ­ລະ­ປະ­ທານ​ແຕ່​ລະ​ເມືອງ​ລາຍ​ງານ​ສະ­ພາບ​ການ​ແຕ່​ລະ​ວັນ​ໃຫ້​ກອງ​ເລ­ຂາ​ເປັນ​ປົກ­ກະ­ຕິ ຕໍ່​ກັບ​ສະ­ພາບ​ດັ່ງ­ກ່າວ​ມາ​ຮອດ​ປັດ­ຈຸ­ບັນ​ນີ້​ຢູ່​ໃນ​ປົກ­ກະ­ຕິ ຍ້ອນ​ຜ່ານ​ມາ ນວ ໄດ້​ມີ​ການ​ລວງ​ຄອງ​ລະ­ບາຍ​ນ້ຳ ເຮັດ​ໃຫ້​ມີ​ອ່າງ​ໂຕ່ງ​ສາ­ມາດ​ຮອງ​ຮັບ​ນ້ຳ​ໄດ້​ຈຳ­ນວນ​ໜຶ່ງ ກ່ອນ​ຈະ​ໄຫຼ​ລົງ​ນ້ຳ­ຂອງ ແລະ ນ້ຳ​ງື່ມ ສະ­ພາບ​ນ້ຳ​ຖ້ວມ​ຈະ​ບໍ່​ມີ​ບັນ­ຫາ​ຍ້ອນ​ລະ­ດັບ​ນ້ຳ​ງື່ມ ແລະ ນ້ຳ­ຂອງ​ບໍ່​ຂຶ້ນ​ສູງ ເຮັດ​ໃຫ້­ການ​ລະ­ບາຍ​ນ້ຳ​ອອກ​ໄປ​ສະ­ດວກ ແຕ່​ເຖິງ​ຢ່າງ­ໃດ​ກໍ​ຕາມ ຂະ­ແໜງ​ຊົນ­ລະ­ປະ­ທານ​ກໍ​ໄດ້​ຕິດ­ຕາມ​ເຝົ້າ​ລະ­ວັງ​ຢູ່​ຕະ­ຫຼອດ ວັນ​ທີ 30 ສິງ ຫາ 2019 ໄດ້​ສົມ­ທົບ​ກັບ​ທະ­ຫານ​ຊ່າງ​ແສງ ແລະ ທະ­ຫານ ນວ ອະ­ນາ­ໄມ​ລວງ​ຜັກ​ຕົບ​ແຕ່​ຂົວ​ນາ​ຄວາຍ​ຫາ​ຂົວ​ຊຳ​ເຄ້.

 

ຜ່ານ​ມາ​ໄດ້​ສົມ­ທົບ​ກັບ​ຂະ­ແໜງ​ປູກ­ຝັງ​ລົງ​ກວດ­ກາ​ພື້ນ​ທີ່​ການ​ຜະ­ລິດ​ເຫັນ​ວ່າ ຍັງ​ບໍ່​ທັນ​ມີ​ຈຸດ​ໃດ​ຖືກ​ນ້ຳ​ຖ້ວມ​ເສຍ​ຫາຍ​ຖ້ວມ​ແຕ່​ສາ­ມາດ​ແກ້​ໄຂ​ໄດ້​ທ່ວງ​ທັນ​ເວ­ລາ ສະ­ເພາະ​ຢູ່​ທົ່ງ​ຮາບ​ເມືອງ​ໄຊ​ທາ­ນີ ປັດ­ຈຸ­ບັນ ຍັງ​ມີ​ນ້ຳ​ຖ້ວມ ຍ້ອນ​ປະ­ຊາ­ຊົນ​ທີ່ ຢູ່​ລຽບ​ຕາມ​ຄອງ​ໄດ້​ເຮັດ​ຕ້ອນ ເຮັດ​ລີ່ ແລະ ໜອງ​ປາ ເຮັດ​ໃຫ້­ການ​ເດີນ​ຂອງ​ນ້ຳ​ພົບ​ຄວາມ​ຫຍຸ້ງ­ຍາກ ຈຶ່ງ​ເກີດ​ມີ​ສະ ພາບ​ນ້ຳ​ຖ້ວມ​ຂັງ ແຕ່​ຂະ­ແໜງ​ຊົນ­ລະ­ປະ­ທານ​ໄດ້​ສົມ­ທົບ​ກັບ​ກົມ​ຊົນ­ລະ­ປະ­ທານ ແລະ ສູນ​ບໍ­ລິ­ການ ເຕັກ­ນິກ​ຢູ່​ທົ່ງ​ຮາບ ພ້ອມ​ກັນ​ລົງ​ກວດ­ກາ ໂດຍ​ໄດ້​ຫາ​ຄວາມ​ຊ່ວຍ­ເຫຼືອ​ຈາກ​ຫວຽດ­ນາມ ທີ່​ມາ​ສ້ອມ­ແປງ​ຢູ່​ໂຄງ­ການ​ຊົນ­ລະ­ປະ­ທານ​ທ່າ​ພະ- ໜອງ​ພົງ​ເອົາ​ເຄື່ອງ​ມຸດ​ນ້ຳ​ລົງ​ອະ­ນາ­ໄມ​ປະ­ຕູ​ນ້ຳ ລະ­ບາຍ​ນ້ຳ​ລົງ​ໃສ່​ນ້ຳ​ງື່ມ​ພ້ອມ​ທັງ​ນຳ​ໃຊ້​ຈັກ​ດູດ​ນ້ຳ​ຊ່ວຍ ຄາດ​ວ່າ​ອີກ 2-3 ວັນ​ຂ້າງ​ໜ້າ​ສະ­ພາບ​ຈະ​ປົກ­ກະ­ຕິ ນອກ​ນີ້ ຍັງ​ມີ​ລະ­ບົບ​ຊົນ­ລະ­ປະ­ທານ 1 ຫົວ​ງານ​ຢູ່ ບ້ານ​ນາ​ແຖ ເມືອງ​ໄຊ​ທາ­ນີ ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ດິນ​ເຊາະ​ເຈື່ອນ​ເຮັດ​ໃຫ້​ທໍ່​ສົ່ງ​ເສຍ​ຫາຍ 10 ທໍ່ ປັດ­ຈຸ­ບັນ ໄດ້​ສົມ­ທົບ​ກັບ​ເມືອງ​ເພື່ອ​ແກ້​ໄຂ ແລະ ອີກ​ຈຸດ​ໜຶ່ງ​ແມ່ນ​ປະ­ຕູ​ນ້ຳ​ຫ້ວຍ​ໃໝ່ ຢູ່​ບ້ານ​ໝາກ​ນາວ​ເບື້ອງ​ນ້ຳ­ຂອງ​ໄດ້​ຂາດ​ອອກ ຍ້ອນ​ດິນ​ເຊາະ​ເຈື່ອນ​ເຊັ່ນ​ດຽວ​ກັນ ຖ້າ​ນ້ຳ ຂອງ​ຫາກ​ຂຶ້ນ​ສູງ​ຈະ​ບໍ່​ສາ­ມາດ​ປ້ອງ​ກັນ​ໄດ້ ແຕ່​ກໍ​ໄດ້​ສົມ​ກັບ​ເມືອງ ແລະ ປະ­ຊາ­ຊົນ​ກຽມ​ກະ­ເປົາ​ຊາຍ​ໄວ້​ປ້ອງ​ກັນ ເພື່ອ ຕ້ານ​ຖ້ວມ ສ່ວນ​ຄວາມ​ຫຍຸ້ງ​ຍາ​ການ​ປະ­ຕິ­ບັດ​ວຽກ​ງານ​ຕ້ານ​ຖ້ວມ​ຂອງ​ທີມ​ງານ ຍັງ​ແມ່ນ​ບັນ­ຫາ​ງົບ­ປະ­ມານ​ມີ​ຈຳ­ກັດ ເຮັດ​ໃຫ້​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ແປງ​ສຸກ​ເສີນ​ບໍ່​ມີ​ງົບ ແຕ່​ເຖິງ​ຢ່າງ­ໃດ​ກໍ​ຕາມ ສະ­ພາບ​ນ້ຳ​ຖ້ວມ​ປີ​ນີ້​ຖ້າ​ທຽບ­ໃສ່​ປີ­ຜ່ານ­ມາ​ແມ່ນ​ບໍ່​ທັນ​ຮ້າຍ​ແຮງ​ສາ­ມາດ​ແກ້​ໄຂ​ຢູ່​ໃນ​ຂັ້ນ​ທ້ອງ­ຖິ່ນ.

 

ໂອ­ກາດ​ນີ້ ທ່ານ ສາຍ​ຄຳ ແພງ​ຄຳ​ມີ ຍັງ​ໄດ້​ຮຽກ­ຮ້ອງ​ມາ​ຍັງ​ປະ­ຊາ­ຊົນ ຜູ້​ປະ­ກອບ​ການ ພະ­ນັກ­ງານ ທະ­ຫານ ຕຳ­ຫຼວດ ແລະ ບຸກ­ຄົນ​ນິ­ຕິ­ບຸກ­ຄົນ​ຕ່າງໆ ຈົ່ງ​ເປັນ​ເຈົ້າ​ການ​ນຳ​ກັນ ບໍ່​ໃຫ້​ຖິ້ມ​ໃສ່​ແຕ່​ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ພ້ອມ​ກັນ​ເຮັດ­ອະ­ນາ­ໄມ​ຕະ­ຄອງ​ຮ່ອງ­ນ້ຳ ແລະ ບຶງ​ຕ່າງໆ ທີ່​ເປັນ​ສາຍ​ນ້ຳ​ໄຫຼ ເປັນ­ຕົ້ນ ບ່ອນ​ທີ່​ອຸດ​ຕັນ​ທີ່​ຄົນ​ເຮົາ​ສ້າງ​ຂຶ້ນ​ຕ້ອນ​ລີ່​ໃຫ້​ເອົາ​ອອກ​ບໍ່​ໃຫ້​ມັນ​ຕັນ​ທາງ​ເດີນ​ຂອງ​ນ້ຳ ເປັນ­ຕົ້ນ ສາຍ​ຫ້ວຍ​ໝາກ​ຮຽວ ຖ້າ​ມັນ​ອຸດ​ຕັນ​ຈະ​ເຮັດ​ໃຫ້​ນ້ຳ​ໄຫຼ​ບໍ່​ສະ­ດວກ​ຈະ​ເຮັດ​ໃຫ້​ພື້ນ​ທີ່​ການ​ຜະ­ລິດ​ເຮືອນ​ຊານ​ປະ­ຊາ­ຊົນ ແລະ ຊັບ​ສິນ​ເສຍ​ຫາຍ.

 

ທີ່ມາ: ວຽງຈັນໃຫມ່

Leave a Reply

Your email address will not be published. Required fields are marked *