ໜ່ວຍກູ້ຊີບອົງການກາແດງລາວ ແຂວງຫຼວງພະບາງ ລາຍງານໃຫ້ຮູ້ວ່າ ໃນວັນທີ 30 ສິງຫາ 2019 ເວລາ 21:48 ນາທີ ໄດ້ຮັບແຈ້ງຈາກເຈົ້າຫນ້າທີ່ຕຳຫລວດເຂົ້າເບີ 071 1625 ວ່າພົບສົບຄົນເສຍຊີວິດ ຢູ່ບ້ານຫລັກສິບ (ແຖວພູດິນແດງ) ແຂວງຫຼວງພະບາງ.

ເມື່ອທາງໜ່ວຍກູ້ຊີບອົງການກາແດງລາວ ຫຼວງພະບາງ ໄດ້ອອກໄປຮອດຈຸດເກີດເຫດພົບເຫັນຄົນເສຍຊີວິດ 1 ຄົນ ເປັນເພດຍິງ ສັນຊາດ ຈີນ ທີ່ຖືກຖີ້ມລົງເຫວ ປະມານ 30 ແມັດຄາດວ່າເສຍຊີວິດມາປະມານ3-4ມື້.

ສ່ວນສາເຫດຂອງການເສຍຊີວິດ ແມ່ນຢູ່ໃນຂະບວນການສືບສວນສອບສວນຂອງເຈົ້າໜ້າທີ່ຕຳຫຼວດ.

ດັ່ງນັ້ນ ທາງທີມງານຫນ່ວຍກູ້ຊີບ ອົງການກາແດງລາວ ຫຼວງພະບາງຈຶ່ງທຳການເກັບມ້ຽນຮ່າງຜູ້ເສຍຊີວິດໄວ້ທີ່ ໂຮງເຢັນ ຂອງໂຮງໝໍ ແຂວງຫລວງພະບາງ .

ເຊິ່ງໄລຍະທີ່ຜ່ານມາຍາດພີ່ນ້ອງຂອງຜູ້ເສຍຊີວິດໄດ້ແຈ້ງວ່າຜູ້ເສຍຊີວິດໄດ້ສູນຫາຍ ແຕ່ວັນທີ່ 26 ສິງຫາ 2019 ຈົນເຖິງ ວັນທີ່ 30 ສິງຫາ 2019 ເຈົ້າຫນ້າທີ່ຕຳຫຼວດຈື່ງສືບສວນສອນ ແລະ ຄົ້ນຫາຈົນພົບເຫັນຮ່າງຜູ້ເສຍຊີວິດຢູ່ບ່ອນເກີດເຫດດັ່ງກ່າວ.

ທາງທີມງານຫນ່ວຍກູ້ຊີບອົງການກາແດງລາວ ຫລວງພະບາງພວກເຮົາຂໍສະແດງຄວາມເສຍໃຈມາຍັງຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຂະຕິດ້ວຍເຖີ້ນ
ພົບເຫັນອຸບັດຕິເຫດ, ເຈັບ-ປ່ວຍສຸກເສີນໂທແຈ້ງ 0711625 ; 030 9211625
ບໍລິການຟຣີຕະຫລອດ 24 ຊົ່ວໂມງ