ລາຍງານຈາກ ກູ້ໄພ 1623​ ແຂວງຈໍາປາສັກ ໃຫ້ຮູ້ວ່າ ວັນທີ 31/08/2019 ເວລາ 00 : 25ນາທີ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ນະຄອນປາກເຊ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີເຫດລົດໃຫຍ່ຕຳກົ້ນລົດໃຫຍ່ 3 ຄັນຊ້ອນ, ຈຸດເກີດເຫດແມ່ນ: ບ້ານສະພານໄຊ ແຖວທາງລົງໂຮງຮຽນຂົວຕະພານ.

ພາບໂດຍ: 1623 ແຂວງຈໍາປາສັກ

ພໍໜ່ວຍກູ້ໄພອອກກວດສອບໄດ້ພົບຜູ້ບາດເຈັບຈຳນວນ 1ຄົນ, ເພດຊາຍ, ອາຍຸ 26 ປີ, ບ້ານ ໂດງເກາະໂລງ ນະຄອນປາກເຊ, ອາການເບື້ອງຕົ້ນ:ແມ່ນມີບາດແຜຕາມຕົນໂຕ,ກະທົບຫົວ,ແລະ ມີບາດແຜຕາມໃບຫນ້າ.

ພາບໂດຍ: 1623 ແຂວງຈໍາປາສັກ

ດັ່ງນັ້ນ, ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວນະຄອນປາກເຊ 1623 ຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນໃຫ້ແກ່ຜູ້ບາດເຈັບ ແລະ ນຳສົ່ງໄປທີ່ໂຮງໝໍ ແຂວງຈຳປາສັກ.

_______
ບາດເຈັບສຸກເສີນໂທ 1623 ຕະຫລອດ 24 ຊົ່ວໂມງ

ພາບໂດຍ: 1623 ແຂວງຈໍາປາສັກ

.

ພາບໂດຍ: 1623 ແຂວງຈໍາປາສັກ

Leave a Reply

Your email address will not be published. Required fields are marked *