ເຫັນຂ່າວ ຄົນລາວເສຍຊີວິດໃນຕ່າງແດນ ແລ້ວເສົ້າໃຈ ຕາມຂ່າວລ່າສຸດໃຫ້ຮູ້ວ່າ ນາງໜົມ ໄຊຍະວົງ ຄົນລາວທີ່ຢູ່ມາເລເຊຍໄດ້ເສຍຊີວີດແລ້ວ ການຕາຍຍັງເປັນປິດສະໜາ ຮ້ານໃນປະເທດໄທທີ່ລາວໄດ້ເຮັດວຽກນຳ ກ່ອນໄປຢູ່ມາເລຍເຊີຍຈັດງານລະດົມທືນເພື່ອສ່ວຍຄອບຄົວຂອງລາວໃນການເຮັດບຸນຫາ.

ກ່ອນທີ່ຈະຖືກນຳໂຕສົ່ງຫ້ອງ ICU ນາງໜົນໄດ້ມີການສ້າງສັນກັນ ແລະເກີດອາການຊັອກ ທາງໝໍກວດພົບວ່າມີສານຢາເສບຕິດປະເພດຢາໄອ້ໃນຮ່າງກາຍຫລາຍເກີນໄປ ແຕ່ໝໍບໍ່ສາມາດພິສູດໄດ້ວ່າຜູ້ກ່ຽວເສບເອງຫລືຖືກວາງໃນເຄື່ອງດື່ມ ການອາໃສຢູ່ມາເລຍນາງໜົມໄດ້ຄົບຫາກັບແຟນເຊີ່ງເປັນຄົນມາເລເຊຍ

ເຊີ່ງຜ່ານມາທາງເຈົ້າໜ້າທີ່ມາເລເຊຍກໍ່ໄດ້ນຳແຟນນາງໜົມໄປໃຕ່ສວນແລ້ວ ແຕ່ບໍ່ຮູ້ວ່າຄວາມຄືບໜ້າໄປຮອດໃສ

ເພື່ອພິສູດຫາສາເຫດການຕາຍໃຫ້ໄດ້ ເພື່ອຫາຂໍ້ສະຫລຸບ ແລະຖ້າໃຜມີສ່ວນກ່ຽວຂ້ອງຕ້ອງນຳມາດຳເນີນຄະດີ ເພື່ອຄວາມຍຸດຕິທຳໃຫ້ກັບຜູ້ຕາຍ ແລະ ຍາດພີ່ນ້ອງຂອງຜູ້ຕາຍ.

ຂໍສະແດງຄວາມເສຍໃຈ
ທີ່ມາ: ຂ່າວ ວັນນີ້

 

Leave a Reply

Your email address will not be published. Required fields are marked *