ແຂວງ ສະຫວັນນະເຂດ ວັນທີ 30/08/2019 ເວລາ 11:10 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າ ມີປະຊາຊົນຕິດຢູ່ກາງລຳນ້ຳປ່າໄຫລ ເຂດ ບ້ານ ນາຄູ, ເມືອງ ອຸທຸມພອນ, ແຂວງ ສະຫວັນນະເຂດ
ເມື່ອທາງທີມງານເຖິງຈຸດຮັບແຈ້ງ ອາສາສະຫມັກພ້ອມເຮືອຍາງ ແລະ ອຸປະກອນກູ້ໄພ ທາງນ້ຳ ໄດ້ເຂົ້າຊ່ວຍເຫຼືອ ປະຊາຊົນທີ່ຕິດ ມີຊາຍ 1 ຄົນ ຕິດຢູ່ກົກໄມ້ ແລະ ຍີງສູງອາຍຸ 1 ຄົນຕິດຢູ່ ຖຽງນາ ກະແສນ້ຳດັ່ງກ່າວແມ່ນມີຄວາມແຮງ ແລະ ຄວາມເລີກສົມຄວນ ສະນັ້ນທາງທີມງານຈື່ງໄດ້ເຂົ້າຊ່ວຍເຫຼືອ ອອກມາປອດໄພທັງຫມົດ
ຝາກເປັນອຸທາຫອນ ໃນຊ້ວງລະດູຝົນ ແມ່ນໃຫ້ທຸກທ່ານລະມັດລະວັງບໍ່ຄວນຢູ່ບ່ອນສ່ຽງແຄມນ້ຳທີ່ຈະເກີດນ້ຳປ່າໄຫລ ສິນັ້ນຄວນມີສະຕິລະວັງຕົວທຸກຄັງ
———————————–
ທ່ານໃດໃຈບຸນ ມີເຮືອພ້ອມຈັກ ເພື່ອໃຫ້ທີມ ອາສາກູ້ໄພພວກເຮົາ ໄດ້ອອກປະຕິບັດໜ້າທີ ຊ່ວຍເຫຼືອສັງຄົມ ເພາະຊ້ວງໄລຍະນີ້ ຟ້າຝົນ ຕົກ ແລະ ພາຍຸກຳລັງຈະມາ ເຮັດໃຫ້ຫຼາຍພື້ນທີ່ມີນ້ຳຖ້ວມ ແລະ ເຫດສຸກເສິນທີ່ທາງກູ້ໄພ ພວກເຮົາໄດ້ຮັບແຈ້ງຫຼາຍຄື
1 ມີຄົນຕິດຄ້າງພາຍໃນເຮືອນ ເພາະມີນ້ຳປ່າໄລ່
2 ວຽກງານ ກູ້ໄພທາງນ້ຳ ດຳນ້ຳ ໃສ່ອຸປະກອນ ຕ່າງໆ
ດັ່ງນັ້ນເອງ ທ່ານໃດໃຈບຸນ ມີກຳລັງຊັບ ໃນການປະກອບສ່ວນຊ່ວຍເຫຼືອສັງຄົມ ນຳທີມງານພວກເຮົາ ສີ່ງທີ່ໄດ້ມາຄື ການໄດ້ຊ່ວຍຊີວິດຄົນ ແລະ ວຽກງານສາທາລະນະໄພ ຕ່າງໆ
ທ່ານສາມາດຕິດຕໍ່ຕາມເບີຄື 020 28285454
.
.
.