ເຫດລົດຈັກຕໍາກັບລົດໃຫຍ່ ເຈັບ 1ຄົນ
__
ວັນທີ 29/08/2019 ເວລາ 19:53 ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີ 1623 ວ່າມີເຫດລົດຈັກ+ລົດໃຫຍ່, ຈຸດເກີດເຫດແມ່ນໜ້າໂຮງຮຽນສາທິດ.
ພໍໜ່ວຍກູ້ໄພອອກກວດສອບໄດ້ພົບຜູ້ບາດເຈັບຈຳນວນ 1ຄົນ, ເພດຊາຍ, ອາຍຸ 32ປີ, ບ້ານດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ອາການເບື້ອງຕົ້ນແມ່ນມີສະຕິດີ, ມີບາດເປີດໃຫຍ່ຢູ່ຂາໂຕ້ເບື້ອງຊ້າຍ, ຄິວແຕກ ແລະ ມີເລືອດອອກຫູ.
ດັ່ງນັ້ນ, ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1623 ຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນໃຫ້ແກ່ຜູ້ບາດເຈັບ ແລະ ນຳສົ່ງໄປທີ່ໂຮງໝໍ ມິດຕະພາບ (150ຕຽງ).
ຈຸດດົງໂດກ
__
ບາດເຈັບສຸກເສີນໂທ 1623 ຕະຫລອດ 24 ຊົ່ວໂມງ