ຫ້ອງການ ປກສ ແຂວງບໍ່ແກ້ວໄດ້ລາຍງານໃຫ້ຮູ້ວ່າ ທະຫານລາດຕະເວນປະຈຳຊາຍແດນ ເມືອງຫ້ວຍຊາຍແຂວງ ໄດ້ການຕິດຕາມ ແລະ ຢຶດຍາບ້າໄດ້ ຈຳນວນ 2,560,000 ເມັດ ໃນຕອນເຊົ້າມື້ວານນີ້ 28/08/2019 ຢູ່ເຂດບ້ານຫ້ວຍຕາບ, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ.


ທ່ານພັນໂທ ອິນວົງ ວັນນະຈອມຈັນ ຫົວໜ້າຫ້ອງການ ປກສ ແຂວງບໍ່ແກ້ວໄດ້ກ່າວຕໍ່ທີມຂ່າວວຽງຈັນທາຍໃນມື້ເຊົ້ານີ້ວ່າ: ເວລາປະມານ 10:30 ໂມງ ຂອງວັນທີ 27/08/2019 ໄດ້ຮັບແຈ້ງຈາກທະຫານລາດຕະເວນປະຈຳຊາຍແດນມາຍັງ ກອງບັນຊາການທະຫານແຂວງບໍ່ແກ້ວ ວ່າໄດ້ມີເຮືອຕ້ອງສົງໄສ ປະກົດຢູ່ຕາມລໍາແມ່ນ້ຳຂອງ ເມືອງຫ້ວຍຊາຍ ໂດຍມີການສັນນິ ຖານວ່າອາດຈະມີການລັກລອບຂົນສົ່ງຢາເສບຕິດ ຈຳນວນຫຼາຍ ດັ່ງນັ້ນກອງບັນຊາການທະຫານແຂວງຈຶ໋ງ ຂີ່ເຮືອລາດຕາເວນ ຕາມລໍາແມ່ນ້ຳຂອງເມື່ອໄປຮອດເຂດບ້ານຫ້ວຍຕາບ, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເຊິ່ງກົງກັນຂ້າມກັບບ້ານແກ່ງໄກ່, ເມືອງຊຽງຂອງ, ແຂວງຊຽງຮາຍ ປະເທດໄທ ກໍໄດ້ພົບເຫັນເຮືອຕ້ອງສົງໄສລໍາດັ່ງກ່າວ ເປັນເຮືອຈັກນ້ອຍຈຶ່ງໄດ້ນຳເຮືອອອກຕິດຕາມ ແລະ ໄດ້ເຫັນຄົນຢູ່ເຮືອ ລໍາດັ່ງກ່າວ 2 ຄົນ ຄືຄົນຂັບເຮືອ ແລະ ຄົນໂດຍສານ. ເມື່ອເຂົາຫຼຽວເຫັນ ເຮືອເຈົ້າໜ້າທີ່ ທັງ 2 ຄົນໄດ້ເອົາໂຕຫຼົບໜີໄປໄດ້.

ຈາກນັ້ນເຈົ້າໜ້າທີ່ໄດ້ເຂົ້າກວດສອບ ແລະ ພົບເຫັນຖົງຄ້າຍຄືກະເປົາ ປ່ານຈຳນວນ 13 ຖົງ, ໃນຖົງມີຢາເສບຕິດປະເພດຢາບ້າ ຈຳນວນ 1,280 ມັດ, ແຕ່ລະມັດມີຢາບ້າເປັນເມັດເຊິ່ງນັບລວມກັນແລ້ວມີ ທັງໝົດ 2,560,000 ເມັດ. ຈາກນັ້ນກໍໄດ້ນຳເອົາຢາດັ່ງກ່າວສົ່ງໄປໃຫ້ຫ້ອງ ການປາບປາມຢາເສບຕິດແຂວງ ບໍ່ແກ້ວ ເພື່ອດຳເນີນການກວດ ສອບຕໍ່ໄປ.
ທ່ານພັນໂທ ອິນວົງ ໄດ້ກ່າວຕຶ່ມວ່າ ຢາເສບຕິດຈຳນວນດັ່ງກ່າວ ຍັງບໍ່ຮູ້ແຫຼ່ງທີ່ມາວ່າມາຈາກໃສ ແລະ ຈຸດໝາຍຈະໄປໃສເພາະຍັງຢູ່ ໃນຂັ້ນຕອນການສືບສວນ ແລະ ບໍ່ສາມາດລະບຸໄດ້ວ່າ ຜູ້ຂັບເຮືອ ແລະ ຜູ້ໂດຍສານແມ່ນຄົນປະເທດໃດເພາະເຂົາເຈົ້າອາໄສຄວາມມືດຫຼົບ ໜີໄປ.

ໃນເດືອນ ສິງຫານີ້ ຢູ່ແຂວງບໍ່ແກ້ວສາມາດຢຶດຢາເສບຕິດປະເພດ ຢາບ້າໄດ້ສອງຄັ້ງ ຄັ້ງທີໜຶ່ງໄດ້ 1 ລ້ານກວ່າເມັດ ແລະ ຄັ້ງນີ້ໄດ້ 2,5 ລ້ານກວ່າເມັດ.


ຂ່າວ: ສົມພາວັນ
ພາບ: ປກສ ແຂວງບໍ່ແກ້ວ

Leave a Reply

Your email address will not be published. Required fields are marked *