ສອງກອງທັບທະຫານລາວ ແລະ ກຳປູເຈຍ ໄດ້ຕົກລົງກັນມື້ນີ້ 27/08/2019 ໃນການຖອນກຳລັງອອກຈາກ ບໍລິເວນໄຮ່ເຂົ້າ ເມືອງມູນລະປະໂມກ ແຂວງຈຳປາສັກ ໃຫ້ສຳເລັດໃນເວລາ 8 ໂມງ ຫາ 11 ໂມງເຊົ້າ ຂອງວັນທີ 29/08/2019
ກອງປະຊຸມພົບປະສອງຝ່າຍ ລະຫວ່າງສອງ ກອງທັບລາວ ແລະ ກຳປູເຈຍກ່ຽວກັບກຳ ນົດການ ຖອນກຳລັງອອກຈາກ ບໍລິເວນໄຮ່ເຂົ້າຈຸດພິກັດ (E0523410 N1579776) ເມືອງມຸນລະປະໂມກແຂວງ ຈຳປາສັກ ສປປ ລາວໄດ້ຈັດຂຶ້ນ ໃນມື້ນີ້ 27/08/2019 ທີ່ດ່ານປະເພນີຫາງດອນຂະເໝົາ ເມືອງໂຂງ ແຂວງຈຳປາສັກ.
ຝ່າຍລາວນຳໂດຍ ທ່ານພົນ ຈັດຕະວາ ສຸໄກ ພິມມະສານ ຫົວໜ້າການທະຫານ ກອງບັນຊາ ການທະຫານແຂວງຈຳປາສັກ ເປັນຫົວໜ້າ ຄະນະ.
-
ຝ່າຍກຳປູເຈຍນຳໂດຍ ທ່ານ ພົນຕີ ດວງຈັນ ຜູ້ບັນຊາການກອງພົນນ້ອຍທີ 9 ກອງທັບ ຣາຊະອານາຈັກກຳປູເຈຍເປັນຫົວໜ້າຄະນະ.
ກອງປະຊຸມໄດ້ພ້ອມກັນຕົກລົງເປັນເອກະພາບ ໃນບັນຫາສຳຄັນດັ່ງນີ້:
ສອງຝ່າຍເຫັນດີຖອນກຳລັງທະຫານຂອງ ຕົນອອກຈາກບໍລິເວນໄຮ່ເຂົ້າຈຸດພິກັດ (E0523410 N1579776) ກັບຄືນ ສູ່ຈຸດທີ່ຕັ້ງເດີມຂອງຕົນ. - ສອງຝ່າຍເຫັນດີເປັນເອກະພາບຈັດຕັ້ງຄະ ນະກຳມະການຮ່ວມເພື່ອສັງເກດການ ແລະ ກວດກາການຖອນກຳລັງທະຫານຂອງທັງສອງ ຝ່າຍ, ເຊິ່ງກຳນົດເອົາຝ່າຍລະ 5 ຄົນ.
- ສອງຝ່າຍເຫັນດີກຳນົດເວລາການຈັດຕັ້ງ ປະຕິບັດການຖອນກຳລັງທະຫານຂອງຕົນອອກຈາກຈຸດດັ່ງກ່າວ ເລີ່ມແຕ່ ເວລາ 8:00-11:00 ໂມ:ຊົ້າ ຂອງ ວັນທີ 29 ສິງຫາ 2019 ໃຫ້ ສຳເລັດ.
ການຈັດກອງປະຊຸມຄັ້ງນີ້ ແມ່ນປະຕິບັດ ຕາມຄຳສັ່ງຂອງສອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ຣາຊະອານາຈັກກຳປູເຈຍ, ເຊິ່ງກອງປະຊຸມໄດ້ດຳເນີນໄປດ້ວຍຜົນສຳເລັດ ຢ່າງຈົບງາມບົນພື້ນຖານໄມຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນເປັນຢ່າງດີ, ເພື່ອສ້າງໃຫ້ຊາຍແດນ ສອງປະເທດ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການພັດທະນາຢ່າງແທ້ຈິງ.
ຂ່າວ: ວຽງຈັນທາຍ
ພາບ: ໜັງສືພິມກອງທັບ