ວັນ​ທີ 21-22 ສິງ­ຫາ 2019 ທີ່ ນະ­ຄອນ­ຫຼວງ​ວຽງ​ຈັນ ສປປ ລາວ ໄດ້​ເປັນ​ເຈົ້າ­ພາບ​ຈັດ​ກອງ​ປະ­ຊຸມ​ໜ່ວຍ​ງານ​ວິ­ຊາ​ການ​ຂະ­ແໜງ­ການ​ບຸ­ລິ­ມະ­ສິດ ແລະ ກອງ​ປະ­ຊຸມ​ເຈົ້າ​ໜ້າ­ທີ່​ອາ­ວຸ­ໂສ​ຂອບ​ການ​ຮ່ວມ​ມື ກຳ­ປູ­ເຈຍ-ລາວ-ມຽນ​ມາ-ຫວຽດ­ນາມ (CLMV) ຊຶ່ງ​ມີ​ຄະ­ນະ​ຜູ້​ແທນ​ຈາກ​ຂະ­ແໜງ­ການ​ຕ່າງໆ​ຂອງ​ປະ­ເທດ CLMV ເຂົ້າ​ຮ່ວມ​ຢ່າງ​ພ້ອມ­ພຽງ.

ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ຈັດ​ຂຶ້ນ ເພື່ອ​ທົບ​ທວນ­ຄືນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ໃນ​ໄລ­ຍະ​ຜ່ານ​ມາ ແລະ ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື​ໃນ­ຕໍ່­ໜ້າ​ຂອງ​ຂອບ​ການ​ຮ່ວມ​ມື CLMV ທັງ​ນີ້ ກໍ​ເພື່ອ​ກະ­ກຽມ​ໃຫ້​ແກ່​ການ​ເປັນ​ເຈົ້າ­ພາບ​ຈັດ​ກອງ​ປະ­ຊຸມ​ສຸດ​ຍອດ CLMV ຄັ້ງ​ທີ 10 ໃນ​ປີ 2020 ທີ່ ສປປ ລາວ.  ວັນ​ທີ 21 ສິງ­ຫາ 2019 ໄດ້​ຈັດ​ກອງ​ປະ­ຊຸມ​ໜ່ວຍ​ງານ​ວິ­ຊາ​ການ ຂະ­ແໜງ­ການ​ບຸ­ລິ­ມະ­ສິດ CLMV ຂຶ້ນ ຊຶ່ງ​ປະ­ກອບ​ມີ: ຂະ­ແໜງ­ການ-ການ​ຂົນ­ສົ່ງ ທ່ອງ​ທ່ຽວ ກະ­ສິ­ກຳ ອຸດ­ສາ­ຫະ­ກຳ ພະ­ລັງ­ງານ ເຕັກ​ໂນ​ໂລ​ຊີ ຂໍ້​ມູນ​ຂ່າວ­ສານ ແລະ ການ​ຕິດ­ຕໍ່​ສື່­ສານ ການ​ຄ້າ ແລະ ການ​ລົງ­ທຶນ ແລະ ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ກອງ​ປະ­ຊຸມ ໄດ້​ທົບ​ທວນ­ຄືນ​ບັນ­ດາ​ແຜນ​ງານ ແລະ ໂຄງ­ການ​ຮ່ວມ​ມື​ໃນ​ແຕ່​ລະ​ຂະ­ແໜງ­ການ ແລະ ໄດ້​ພ້ອມ​ກັນ​ປຶກ­ສາ​ຫາ­ລື​ກັນ ເພື່ອ​ກຳ­ນົດ​ທິດ​ທາງ​ການ​ຮ່ວມ​ມື​ໃນ­ຕໍ່­ໜ້າ ບົນ​ພື້ນ­ຖານ​ຄວາມ​ເປັນ​ເອ­ກະ​ພາບ​ຂອງ​ປະ­ເທດ​ສະ­ມາ­ຊິກ.

 

ວັນ​ທີ 22 ສິງ­ຫາ 2019 ໄດ້​ມີ​ກອງ​ປະ­ຊຸມ​ເຈົ້າ​ໜ້າ­ທີ່​ອາ­ວຸ­ໂສ CLMV ໂດຍ​ການ​ເປັນ​ປະ­ທານ​ຂອງ​ທ່ານ ວິ­ລະ​ສັກ ສົມ­ພົງ ຮັກ­ສາ​ການ​ຫົວ­ໜ້າ​ກົມ​ເສດ­ຖະ­ກິດ ກະ­ຊວງ​ການ​ຕ່າງ­ປະ­ເທດ ຫົວ­ໜ້າ​ເຈົ້າ​ໜ້າ­ທີ່​ອາ­ວຸ­ໂສ CLMV ຂອງ ສປປ ລາວ ກອງ​ປະ­ຊຸມ​ໄດ້​ຮັບ​ຊາບ​ຜົນ​ຂອງ​ກອງ​ປະ­ຊຸມ​ໜ່ວຍ​ງານ​ວິ­ຊາ​ການ 8 ຂະ­ແໜງ­ການ​ບຸ­ລິ­ມະ­ສິດ ແລະ ຄວາມ​ຄືບ​ໜ້າ​ຂອງ​ການ​ຮ່າງ​ຂອບ​ການ​ພັດ­ທະ­ນາ CLMV (Framework for CLMV Development) ຊຶ່ງ​ມີ​ແຜນ​ຈະ​ນຳ​ສະ­ເໜີ​ບັນ­ດາ​ຜູ້­ນຳ CLMV ຮັບ­ຮອງ​ເອົາ​ໃນ​ກອງ​ປະ­ຊຸມ​ສຸດ​ຍອດ CLMV ຄັ້ງ​ທີ 10 ໃນ​ຕົ້ນ​ປີ 2020 ພ້ອມ​ນີ້ ໄດ້​ແລກ­ປ່ຽນ​ຄຳ​ຄິດ​ເຫັນ ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ.

 

ບັນ­ດາ​ວຽກ​ງານ​ການ​ຮ່ວມ​ມື​ໃນ​ໄລ­ຍະ​ຜ່ານ​ມາ ກໍ​ຄື ຄວາມ​ຄືບ​ໜ້າ ຂໍ້­ຄົງ­ຄ້າງ ແລະ ຂໍ້​ສະ­ເໜີ​ໃນ​ການ​ແກ້​ໄຂ​ຮ່ວມ​ກັນ ລວມ​ທັງ​ໄດ້​ປຶກ­ສາ​ຫາ­ລື​ກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື​ໃນ­ຕໍ່­ໜ້າ​ຂອງ​ຂອບ​ການ​ຮ່ວມ​ມື CLMV ນອກ­ຈາກ​ນັ້ນ ສປປ ລາວ ໃນ​ນາມ​ເປັນ​ປະ­ທານ CLMV ໃນ​ປັດ­ຈຸ­ບັນ ໄດ້​ລາຍ​ງານ​ຕໍ່​ກອງ​ປະ­ຊຸມ​ກ່ຽວ​ກັບ​ການ​ກະ­ກຽມ​ດ້ານ​ຕ່າງໆ ໃຫ້​ແກ່​ກອງ​ປະ­ຊຸມ​ສຸດ​ຍອດ CLMV ຄັ້ງ​ທີ 10 ໃນ​ປີ 2020 ໂດຍ​ສະ­ເພາະ ຮ່າງ​ວາ­ລະ​ກອງ​ປະ­ຊຸມ ແລະ ລາຍ­ການ​ເອ­ກະ­ສານ​ສຳ­ຄັນ​ຕ່າງໆ ທີ່​ຈະ​ສະ­ເໜີ​ຜູ້­ນຳ CLMV ພິ­ຈາ­ລະ­ນາ​ຮັບ­ຮອງ​ເອົາ​ໃນ​ກອງ​ປະ­ຊຸມ​ສຸດ​ຍອດ CLMV ຄັ້ງ​ທີ 10

 

ທີ່ມາ: ວຽງຈັນໃຫມ່

 

Leave a Reply

Your email address will not be published. Required fields are marked *