ສຸສານຈິນຊີຮ່ອງເຕ້ ຖືເປັນໜື່ງໃນມໍລະດົກໂລກ ທາງວັດທະນະທຳຂອງຈີນ ໂດຍຕັ້ງຢູ່ທີ່ເມືອງຊີອານ ມົນທົນສ່ານຊີ ໂດຍໃນຄະນະນີ້ການຂຸດສຸສານທັງໝົດ ຍັງບໍ່ສຳເລັດໝົດ ແລະ ທາງລັດຖະບານຈີນເອງ ກໍ່ຍັງບໍ່ມີເສັ້ນຕາຍ ວ່າການສຳຫຼວດຈະສຳເລັດພາຍໃນເມື່ອໃດ ໂດຍເຫດຜົນຫຼັກ ເພາະການທີ່ຈະຂຸດສຳຫຼວດ ເພື່ອນຳເອົາຕຸກກະຕາດິນເຜົາຂື້ນມານັ້ນ ຈະຕ້ອງໃຊ້ເຕັກໂນໂລຊີ້ ແລະ ລະມັດລະວັງເປັນຢ່າງສູງ ເພື່ອບໍ່ໃຫ້ສີທີ່ຕິດທີ່ຢູ່ເທີງໂຕຂອງຕຸກກະຕາດິນເຜົາ ນັ້ນລອກອອກໄປ.

ສຸສານຈິນຊີຮ່ອງເຕ້ນີ້ ຖືກຄົ້ນພົບໂດຍບັງເອີນໃນປີ 1974 ເມື່ອກຸ່ມຊາວນາໃນພື້ນທີ່ ຈະໄປຂຸດຫາບໍ່ນ້ຳ ແຕ່ໄປຄົ້ນພົບເຄື່ອງປັ້ນດິນເຜົາບູຮານ ກ່ອນຈະແຈ້ງທາງການໃຫ້ຮັບຮູ້ ແລະ ມີການຂຸດຄົ້ນຈົນພົບເຫັນຕຸກກະຕາດິນເຜົາ ເປັນຈຳນວນຫຼາຍ.
ທັງນີ້ ໃນພື້ນທີ່ພິພິທະພັນ ສຸສານຈິນຊີຮ່ອງເຕ້ ມີຫ້ອງໂຖງສຸສານຫຼັກໆ ທັງໝົດ 3 ຫ້ອງ ໂດຍຫ້ອງທຳອິດ ເປັນຫ້ອງຂະໜາດໃຫຍ່ທີ່ສຸດ ມີການຄົ້ນພົບຕຸກກະຕາດິນເຜົາ ນຳມາບູລະນະ ແລະ ນຳມາຈັດຢືນລຽນຕາມເດີມແລ້ວ, ເຊີ່ງຖືກວ່າງຢູ່ໃນຕຳແໜ່ງຄ້າຍກັບ ການຈັດທັບອອກລົບ ໂດຍກຸ້ມທີ່ຢູ່ດ້ານໜ້າສຸດ ປຽບເປັນໜ່ວຍກ້າຕາຍ ພົນທະນູຢູ່ດ້ານຫຼັງຫ່າງອອກໄປ ເປັນຕົ້ນ, ຫຸ່ນປັ້ນດິນເຜົາທັງໝົດຢູ່ໃນຫ້ອງນີ້ ມີປະມານ 6 ພັນໂຕ.

ສ່ວນຫ້ອງທີ 2 ມີຂະໜາດນ້ອຍກວ່າ ແລະ ພື້ນທີ່ຈຳນວນຫຼາຍຂອງຫ້ອງນີ້ ແມ່ນຍັງບໍ່ທັນຖືກຂຸດ ເພື່ອນນຳເອົາຕຸກກະຕາດິນເຜົາອອກມາ ສາເຫດຫຼັກກໍ່ຍ້ອນດ້ານການອະນຸລັກ ເນື່ອງຈາກສີທີ່ຢູ່ເທີງໂຕຂອງຕຸກກະຕາດິນເຜົາເຫຼົ່ານີ້ ເມື່ອຖືກຂຸດເປີດໜ້າດີນຂື້ນມາແລ້ວ ເມື່ອສຳພັດກັບອາກາດ ສີທີ່ຢູ່ເທີງໂຕຂອງມັນ ຈະເກີດປະຕິກກິລິຍາທາງເຄມີ ກັບອາກາດ ແລະ ເຮັດໃຫ້ສີຫາຍໄປບໍ່ພໍເທົ່າໃດວິນາທີ, ເຊີ່ງນີ້ເປັນສີ່ທີ່ເກີດຂື້ນກັບຕຸກກະຕາ ໃນຫ້ອງທີ່1, ຈື່ງໄດ້ເຮັດໃຫ້ຕຸກກະຕາໃນຫ້ອງທີ 1 ກວ່າ 6 ພັນໂຕ ເກືອບວ່າຈະບໍ່ເຫຼືອສີທີ່ຕິດຢູ່ເລີຍ.
ຢ່າງໃດກໍ່ຕາມ ທາງລັດຖະບານຈີນເອງ ໄດ້ມີການນຳເອົາເຕັກໂນໂລຊີ້ ມາໃຊ້ໃນການສຳຫຼວດ ແລະ ອະນຸມໍລະດົກທາງວັດທະນະທຳເຫຼົານີ້ ໂດຍໃນຫ້ອງທີ 2 ນີ້ ໄດ້ມີການໃຊ້ເຄື່ອງເອັກສະເລ ສຳຫຼວດເບີ່ງສິ່ງທີ່ຢູ່ໃຕ້ດິນທັງໝົດ ແລ້ວພົບວ່າດ້ານລຸ່ມ ມີຕຸກກະຕາດິນເຜົາຈຳນວນຫຼາຍ ຄືກັບໃນໂຖງທີ 1 ພຽງແຕ່ວ່າການຂຸດສຳຫຼວດ ຈະເປັນໄປແບບຄ່ອຍເປັນຄ່ອຍໄປ ເພື່ອຮັກສາສີຂອງຫຸ່ນປັ້ນດິນເຜົາ ຄົົງສະພາບເອົາໄວ້ໃຫ້ດີທີ່ສຸດ.


ສ່ວນຂອງຫ້ອງໂຖງທີ 3 ປມ່ນຈະມີຂະໜາດທີ່ນ້ອຍທີ່ສຸດ ແຕ່ຄາດການກັນວ່າ ແມ່ນມີຄວາມສຳຄັນຫຼາຍ ເພາະວ່າຕົວຫຸ່ນປັ້ນດິນເຜົາໃນຫ້ອງນີ້ ແຕ່ງກາຍໃນລັກສະນະທີ່ເບີ່ງຄືເປັນນາຍທະຫານລະດັບສູງ ແລະ ຍັງຖືກວາງຢືນຢູ່ໃນລັກສະນະ ປິ່ນໜ້າເຂົ້າຫາກັນ ຄ້າຍຄືກັບວ່າ ກຳລັງມີການປຶກສາຫາລືກັນຢູ່ນັ້ນເອງ. ແລະສຸດທ້າຍຄື, ສຸສານຂອງຈິນຊີຮ່ອງເຕ້ເອງ ເປັນເນີນດິນທີ່ຢູ່ຫ່າງອອກໄປ ຈາກສ່ວນທີ່ເປັນບ່ອນຝັງຕຸກກະຕາດິນເຜົາທະຫານ ປະມານ 1.5 ກິໂລແມັດ ແຕ່ວ່າຈົນເທີງປັດຈຸບັນ ຍັງບໍ່ທັນມີການຂຸດຄົ້ນ ທງການຈີນປ່ອຍໃຫ້ເປັນເນີນດິນ ເວົ້າໄວ້ເຊັ່ນເດີມ.

Leave a Reply

Your email address will not be published. Required fields are marked *