ພະນັກງານແພດ-ໝໍ ຜູ້ທີ່ເຮັດການບໍລິການຕ້ານການຄ້າມະນຸດຢູ່ 6 ແຂວງພາກກາງ ເຊິ່ງປະກອບມີ ແຂວງວຽງຈັນ, ນະຄອນຫລວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ແລະ ແຂວງໄຊສົມບູນ ໄດ້ຮັບການຝຶກອົບຮົມ ເຕັກນິກ ແລະ ວິທີການກວດຜູ້ຖືກເຄາະຮ້າຍ ທີ່ມີຜົນກະທົບທາງດ້ານຮ່າງກາຍ, ຈິດໃຈ ແລະ ທາງເພດໃນ ວັນທີ 21-22 ສິງຫາ 2019 ຢູ່ພະແນກສາທາລະນະສຸກແຂວງສະຫວັນນະເຂດ.

ຊຸດອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຮູ້ການຈັດຕັ້ງປະຕິບັດວຽກງານ ຕ້ານການຄ້າມະນຸດໃນໄລຍະຜ່ານມາ ແລະ ແຕ່ລະແຂວງກໍໄດ້ຍົກໃຫ້ເຫັນເຕັກນິກການໃຫ້ບໍລິການ ແກ່ຜູ້ຖືກເຄາະຮ້າຍທີ່ມີການຈັດຕັ້ງປະຕິບັດຢູ່ໃນແຂວງຂອງຕົນ, ພ້ອມທັງໄດ້ຮຽນຮູ້ ເຕັກນິກການກວດ ແລະ ການປິ່ນປົວ, ວິທີໃຫ້ຄຳປຶກສາແກ່ຜູ້ຖືກເຄາະຮ້າຍ, ວິທີໃຫ້ການຊ່ວຍເຫລືອ ແລະ ຜົນກະທົບທາງດ້ານຈິດໃຈ, ວິທີໃຫ້ການຊ່ວຍເຫລືອເບື້ອງຕົ້ນ ແລະ ຜົນກະທົບທາງດ້ານຮ່າງກາຍ ແລະ ຜົນກະທົບທາງດ້ານເພດ.

ທີ່ມາ: ຂ່າວສານປະເທດລາວ

 

Leave a Reply

Your email address will not be published. Required fields are marked *